ກົມການເມືອງປະກາດໃຊ້ມະຕິກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈິມິນຮອດປີ 2020

ກົມການເມືອງປະກາດໃຊ້ມະຕິກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈິມິນຮອດປີ 2020 - ảnh 1
( ນະຄອນໂຮ່ຈິມິນ  )

(vovworld) -     ​ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຫາ​ກໍ​ເຊັນ​ປະກາດ​ໃຊ້ມະຕິ​ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ພັດທະນາ​ນະຄອນ​ໂຮ່ຈິ​ມິນ​ຮອດ​ປີ 2020. ຕາມ​ມະຕິ​ດັ່ງ​ກາວ, ນະຄອນ​ໂຮ່ຈິ​ມິນ ​ແມ່ນ​ສູນກາງ​ໃຫຍ່​ກ່ຽວ​ກັບ​ເສດ​ຖະກິດ, ວັດທະນະທຳ, ສຶກສາ​ບຳລຸງ​ສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ການ​ພົບ​ປະ​ແລກປ່ຽນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ມີ​ທີ່​ຕັ້ງ​ດ້ານການ​ເມືອງ​ທີ່ສຳ​ຄັນ​ຂອງ​ທົ່ວ​ປະ​ເທດ. ພາຍຫຼັງ 25 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ນະຄອນ​ໂຮ່ຈິ​ມິນ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ, ຮອບດ້ານ, ປະກອບສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ເຂດ ​ແລະ ທົ່ວ​ປະ​ເທດ. ​ແຕ່​ວ່າ, ການ​ເຕີບ​ໂຕດ້ານ​ເສດຖະກິດຂອງ​ນະຄອນ​ໂຮ່ຈິ​ມິນ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ທີ່​ຕັ້ງ, ບົດບາດ ​ແລະ ຄວາມ​ສາມາດ​ບົ່ມຊ້ອນ. ການ​ພັດທະນາ​ດ້ານ​ວັດທະນະທຳ​ຍັງ​ບໍ່​ທັນເໝາະ​ສົມ​ກັບ​ບົດບາດ, ທີ່​ຕັ້ງຂອງ​ນະຄອນ​​ເຊິ່ງແມ່ນ​ສູນກາງວັດທະນະທຳ​ໃຫຍ່​ຂອງ​ເຂດ ​ແລະ ທົ່ວ​ປະ​ເທດ… ​ເພາະສະ​ນັ້ນ, ນັບ​ແຕ່​ນີ້​ຮອດ​ປີ 2020, ບົນພື້ນຖານ​ໝູນໃຊ້​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ 2011 – 2020 ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ອົງຄະ​ນະພັກຢ່າງ​ມີ​ປະສິດທິ​ຜົນ​, ນະຄອນ​ຄວນ​ມານະ​ພະຍາຍາມ​ສູ້​ຊົນ, ຮັກສາ​ຄວາ​ມໝັ້ນຄົງ​ດ້ານ​ການ​ເມືອງ - ສັງຄົມ, ສ້າງ​ໂຄງປະກອບ​ພື້ນຖານ​ເສດຖະກິດ​ຄື​ນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ພັດທະນາ​ນະຄອນ​ຢ່າງ​ວ່ອງໄວ ​ດ້ວຍ​ຄຸນ​ນະພາ​ບ ​ແລະ ຄວາມ​ຄືບ​ໜ້າ​ສູງກວ່າ​ລະດັບ​ສະ​ເລ່ຍລວມຂອງ​ທົ່ວ​ປະ​ເທດ.

ເພີ່​ອປະຕິບັດ​ໃຫ້​ໄດ້​ຈຸດໝາຍ​ນີ້, ທາງສູນ​ກາງ​ຈະ​ແບ່ງ​ຂັ້ນ, ​ເພີ່ມ​ລັກສະນະ​ກຸ້ມຕົນ​ເອງ​ຫຼາຍ​ກວ່າ​ໃຫ້​ແກ່​ນະຄອນ​ໃນ​ບາງ​ຂົງ​​ເຂດ.​ ກຳນົດ​ໃນ​ແຕ່ລະ​ປີ, ຄະນະ​ເລຂາ ​ແລະ ລັດຖະບານ​ຈະ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ​ໂຮ່ຈິ​ມິນ ​ເພີ່​ອກວດກາ, ຕິດຕາມ​ກວດກາ​ການຈັດ​ຕັ້ງ​ປະຕິບັດ​ມະຕິ.


ຂ່າວ/ບົດ​ອື່ນ