ອາ​ຊີບ ເຮັດ​ກຸບເປັນ​ເອ​ກະ​ລັກ​ຢູ່ ຟຸ​ຢາ ຂອງ​ແຂວງ ຢາ​ດິ້ງ ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

(VOVWORLD) - ຕອນເຊົ້າວັນທີ 12 ກັນຍາ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ບິ່ງດິ້ງ ໄດ້ສົມທົບກັບຄະນະກຳມະການເມືອງ ຝຸກາດ, ແຂວງ ບິ່ງດິ້ງ ໄດ້ຈັດພິທີມອບ - ຮັບໃບຢັ້ງຢືນຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂດຍຮັບຮອງວ່າ “ອາຊີບເຮັດກຸບເປັນເອກະລັກຢູ່ ຝຸຢາ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
ອາ​ຊີບ ເຮັດ​ກຸບເປັນ​ເອ​ກະ​ລັກ​ຢູ່ ຟຸ​ຢາ ຂອງ​ແຂວງ ຢາ​ດິ້ງ ໄດ້​ກາຍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1ພິທີຮັບໃບຢັ້ງຢືນ (ພາບ: TTXVN)

ກາດເຕື່ອງ, ເມືອງ ຝຸກາດ, ຫ່າງຈາກໃຈກາງນະຄອນ ກຸຍເຍິນ ປະມານ 35 ກິໂລແມັດ. ໝູ່ບ້ານກຸບເປັນເອກະລັກຢູ່ ຝຸຢາ ຢູ່ຕາແສງ ກາດເຕື່ອງ ໄດ້ສ້າງຕັ້ງ ແລະ ພັດທະນາກວ່າ 300 ປີ. ແຕ່ກີ້ແຕ່ກ່ອນ, ກຸບມ້າ ຝຸຢາ ໄດ້ຮັບການຜະລິດເພື່ອຮັບໃຊ້ສະເພາະບຸກຄົນທີ່ມີຊີວິດສົມບູນພຸນສຸກ ຫຼື ມີຍົດສັກອຳນາດທີ່ມັກຂີ່ມ້າເທື່ອນັ້ນ. ປັດຈຸບັນ, ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈຳນວນຫຼາຍໄດ້ຊອກຮູ້ກ່ຽວກັບໝູ່ບ້ານອາຊີບນີ້. ລຸງ ໂດ໊ວັນລາງ (ອາຍຸ 75 ປີ), ເຊິ່ງມີປະສົບການເຮັດກຸບມາຫຼາຍກວ່າ 6 ທົດສະວັດ ຢູ່ໝູ່ບ້ານແຫ່ງນີ້ ມີຄວາມປະຕິຊົມຊື່ນເມື່ອອາຊີບນີ້ໄດ້ຮັບການຮັບຮອງວ່າເປັນມໍລະດົກວັດນະທະບໍ່ເປັນວັດຖຸລະດັບຊາດ.

        “ພໍ່ແມ່ປະຊາຊົນໃນໝູ່ບ້ານເຮັດກຸບເປັນເອກະລັກຢູ່ ຟູຢາ ມີຄວາມປະຕິຊົມຊື່ນເປັນຢ່າງຍິ່ງ. ນີ້ແມ່ນກຳລັງໜູນຢ່າງໃຫຍ່ຫຼວງໃຫ້ແກ່ຄອບຄົວຂ້າພະເຈົ້າ ແລະ ກໍຄືພໍ່ແມ່ພີ່ນ້ອງໃນບ້ານ ຟຸຢາ ນີ້ ເພື່ອພັດທະນາ, ເສີມຂະຫຍາຍ ແລະ ຜະລິດອອກບັນດາຜະລິດຕະພັນທີ່ງາມກວ່າເກົ່າ ເພື່ອອະນຸລັກຮັກສາອາຊີບພື້ນເມືອງນີ້ ຕະຫຼອດໄປ”.

ຕອບກັບ

ຂ່າວ/ບົດ​ອື່ນ