ກົມການເມືອງເຮັດວຽກ ກັບຄະນະປະຈຳຄະນະ ພັກນະຄອນຫາຍຟ່ອງ

ກົມການເມືອງເຮັດວຽກ ກັບຄະນະປະຈຳຄະນະ ພັກນະຄອນຫາຍຟ່ອງ - ảnh 1
(ພາບ:vov.vn)

 (vovworld)-​​​​ ​ຕອນ​ເຊົ້າ​ວັນ​ທີ 19/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ຂອງ​ກົມ​ການ​ເມືອງ​ກັບຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ຫາຍ​ຟ່ອງ ກ່ຽວ​ກັບ​ໝາກຜົນ 10 ປີ​ແຫ່ງ​ການ​ປະຕິ​ບັດມະຕິ​ເລກທີ 32 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 9 ກ່ຽວ​ກັບ “ການ​ກໍ່ສ​້າງ ​ແລະ ພັດທະນາ ນະຄອນ​ຫາຍ​ຟ່ອງ ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ“. ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ​ໄດ້​ຮັບ​ຮູ້​ບັນດາ​ໝາກຜົນ​ອັນຕັ້ງໜ​້າຊື່​ງຄະນະ​ພັກ, ອຳນາດ​ກາ​ນປົກຄອງ ​ແລະ ປຊຊ ຫາຍ​ຟ່ອງ ບັນລຸ​ໄດ້​ໃນ10 ປີ​ແຫ່ງ​ການ​ປະຕິ​ບັດມະຕິກ່ຽວ​ກັບ “ການ​ກໍ່ສ​້າງ ​ແລະ ພັດທະນາ ນະຄອນ​ຫາຍ​ຟ່ອງ ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ“. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟຸຈ້ອງ ສະ​ເໜີ​ວ່າ:

  “​ຫາຍ​ຟ່ອງຕ້ອງ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ພັດທະນາ​ວ່ອງ​ໄວ​ແຕ່​ຕ້ອງໝັ້ນຄົງ, ຈາກ​ລວງ​ກ້ວາງ​ພັດທະນາ​ໄປ​ສູ່​ລວງ​ເລິກ, ສຸມ​ໃສ່ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ນັ້ນ​ແມ່ນ​ບັນຫາ​ພື້ນຖານ​ໂຄງ​ລ່າງ, ​ໂດຍ​ສະ​ເພາະ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​​ເສດຖະກິດ-​ສັງຄົມ; ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ຕ້ອງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດຕໍ່ທ່າ​ແຮງຂອງ​ນະຄອນ, ສຸ່ມ​ໃສ່​ຂອດ​ບຸກທະລຸ​ຕ່າງໆ​ຄື: ທ່າ​ກຳ​ປັ່ນ​ທະ​ເລ, ການ​ບໍລິການ, ການທ່ອງທ່ຽວ… “.

 

ຂ່າວ/ບົດ​ອື່ນ