ກຸ່ມກຳປັ່ນສຳຫລວດໄຮ້ຢາງ 08 ຂອງຈີນ ໄດ້ອອກຈາກເຂດເສດຖະກິດຈຳເພາະແລະໄຫລ່ທະວີບທາງ ຕາເວັນອອກສ່ຽງໃຕ້ຂອງຫວຽດນາມ

(VOVWORLD) -ທີ່ການຖະແຫລງຂ່າວນັດສາມັນ ດຳເນີນໃນຕອນບ່າຍວັນທີ 8 ສິງຫາ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ວັນທີ 8 ສິງຫາ ກົງກັບວັນສະເຫລີມສະຫລອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ, ສຳນັກງານແຫ່ງໃຫມ່ຂອງ ຄະນະເລຂາອາຊຽນ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ນຳເຂົ້າເຄື່ອນໄຫວ.

ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວຂ້ອງເຖິງ ບັນດາມາດຕະການ ຂອງຫວຽດນາມ ເພື່ອແນໃສ່ສະກັດກັ້ນ ສິນຄ້າຕ່າງປະເທດ ປອມແປງຍີ່ຫໍ້ສິນຄ້າຫວຽດນາມ ສົ່ງໄປຍັງປະເທດອື່ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

“ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ປ້ອງກັນທຸກການກະທຳສໍ້ໂກງການຄ້າ, ສໍ້ໂກງຕົ້ນກຳເນີດຢູ່ຕະຫລາດ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວຂາອອກຂາເຂົ້າ ເພື່ອແນໃສ່ປົກປ້ອງຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ແລະ ຜູ້ໃຊ້ສອຍຫວຽດນາມ.”

ກຸ່ມກຳປັ່ນສຳຫລວດໄຮ້ຢາງ 08 ຂອງຈີນ ໄດ້ອອກຈາກເຂດເສດຖະກິດຈຳເພາະແລະໄຫລ່ທະວີບທາງ ຕາເວັນອອກສ່ຽງໃຕ້ຂອງຫວຽດນາມ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ກ່ຽວກັບການເຄື່ອນໄຫວຂອງກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 08 ຂອງຈີນພວມເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບທາງທິດຕາເວັນອອກສ່ຽງໃຕ້ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ຕາມແຫຼ່ງຂ່າວທີ່ຂ້າພະເຈົ້າໄດ້ຮູ້ມາວ່າ, ຕອນບ່າຍວັນທີ 07 ສິງຫາ  2019, ກອງກໍ່າປັ່ນສໍາຫຼວດໄຮ້ຢາງ 08 ຂອງຈີນ ໄດ້ຢຸດຕິການເຄື່ອນໄຫວສໍາຫຼວດການສັ່ນສະເທື່ອນຂອງແຜ່ນດິນ ແລະ ໄດ້ຖອນອອກຈາກເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບທາງຕາເວັນອອກສ່ຽງໃຕ້ຂອງຫວຽດນາມ ທີ່ໄດ້ກໍານົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.  ຫວຽດນາມ ສະເໜີໃຫ້ບັນດາປະເທດ ເຄົາລົບອະທິປະໄຕ, ສິດອໍານາດອະທິປະໄຕ, ສິດອໍານາດສານທີ່ສອດຄ່ອງກັບກົດໝາຍສາກົນ ຂອງຫວຽດນາມ ແລະ ຍາມໃດກໍສະແດງເຈດຕະນາດີພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບສະຖຽນລະພາບ ແລະ ພັດທະນາການຮ່ວມມືມິດຕະພາບລະຫວ່າງບັນດາປະເທດ.

        ກ່ຽວຂ້ອງເຖິງເລື່ອງ ຈີນ ກະກຽມນໍາໃຊ້ປຶ້ມຕໍາລາ ປະຫວັດສາດສະບັບໃໝ່ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ, ໃນນັ້ນ ຖືວ່າ ມີເກາະບາງແຫ່ງຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນເກາະຂອງຈີນ ນັ້ນ, ອີກຄັ້ງໜຶ່ງ ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ: ເລື່ອງ ຈີນ ໂຄສະນາສຶກສາບັນດາຂໍ້ມູນທີ່ຜິດກັບຄວາມຈິງຂອງປະຫວັດສາດ ແລະ ກົດໝາຍສາກົນໃຫ້ຄົນລຸ້ນໜຸ່ມ ແມ່ນບໍ່ເປັນປະໂຫຍດສໍາລັບການພົວວັນຂອງສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ