ກຸມບັນດາປະເທດຕາເວັນຕົກ ແລະ ອາຣັບ ເປັນເອກະພາບສະໜອງ ອາວຸດໃຫ້ແກ່ຝ່າຍຄ້ານ ຊີຣີ

ກຸມບັນດາປະເທດຕາເວັນຕົກ ແລະ ອາຣັບ ເປັນເອກະພາບສະໜອງ ອາວຸດໃຫ້ແກ່ຝ່າຍຄ້ານ ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ທີ່ກອງປະຊຸມບັນດາເພື່ອນມິດຂອງ ຊີຣີ
(ພາບ: Reuters)

(vovworld) - ວັນ​ທີ 22/6, ຢູ່​ນະຄອນຫຼວງ ​ໂດ​ຮາ, ປະ​ເທດ Qatar, ​ໄດ້​ໄຂ​ກອງ​ປະຊຸມ​ກຸ່ມບັນ​ດາປະ​ເທດ​ໄດ້​ເອີ້ນ​ວ່າ “ບັນດາ​​ເພື່ອນ​ມິດຂອງ ຊີຣີ”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 11 ປະ​ເທດ​ຝ່າຍຕາ​ເວັນ​ຕົກ ​ແລະ ອາຣັບ ສະໜັບສະໜູນ​ຝ່າຍ​ຄ້ານ ຊີຣີ ​ເຊິ່ງລວມມີ: ອາ​ເມ​ລິ​ກາ, ຝຣັ່ງ, ​ເຢຍລະ​ມັນ, ອີ​ຢິບ, ຕວກກີ, ສະຫະລັດ ອາຣັບ ​ເອມີ​ເຣັດ (UAE), ອັງກິດ, ອີ​ຕາ​ລີ​..​.​ ​ໃນ​ຖະ​ແຫຼ​ງການ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ເປັນ​ເອກະ​ພາບ​ສະໜອງ​ທຸກໆ​ການ​ໜູນ​ຊ່ວຍ​ດ້ານ​ວັດຖຸ ​ແລະ ອຸປະກອນ​ທີ່​ຈຳ​ເປັນ​ໃຫ້​ແກ່ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ​​ໃນ​ບັ້ນ​ຮົບ​ຕ້ານ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ ຊີຣີ Bashar Al – Assad ຢ່າງ​ຮີບ​ດ່ວນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເວົ້າ​ວ່າ​: ບັນດາ​ປະ​ເທດ​ສະໜັບສະໜູນ​ຝ່າຍ​ຄ້ານ ຊີຣີ ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຢຸດຕິ “ການ​ຂາດ​ຄວາມ​ດຸນ​ດຽງ” ​ໃນ​ສະໜາ​ມຮົບ​ຢູ່ ຊີຣີ, ບ່ອນ​ທີ່​ກຳລັງ​ຂອງ ປະທານາທິບໍດີ Bashar Al – Assad ພວມ​ມີ​ທ່າ​ດີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຍັງ​ເດີນ​ຕາມ​ແຜນການ​ສັນຕິພາບ​ລວມມີ ການ​ເຈລະຈາ​​ໂດຍສັນຕິຢູ່ ​ເຊີ​ແນວ, ປະ​ເທດ ສະ​ວິດ, ​​ແລະ ລັດຖະບານ​ໄລຍະ​ຂ້າມ​ຜ່ານ ​ໂດຍ​ແມ່ນ ປະທານາທິບໍດີ Bashar Al – Assad ​ແລະ ຝ່າຍ​ຄ້ານ​ເລືອກ​​ເຟັ້ນ.

 

ຂ່າວ/ບົດ​ອື່ນ