ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບອັງກິດ - ຫວຽດນາມ ມາຢ້ຽມຢາມນະຄອນໂຮ່ຈິມິນ

ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບອັງກິດ - ຫວຽດນາມ ມາຢ້ຽມຢາມນະຄອນໂຮ່ຈິມິນ - ảnh 1
(ພາບປະກອບ)
(vovworld) - ຕອນ​ບ່າຍ​ວັນທີ30/05, ທີ່​ການ​ຕ້ອນ​ຮັບກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດມິດຕະພາບ​ອັງກິດ - ຫວຽດນາມ ​ໂດຍ​ທ່ານ George Howarth, ປະທານ​ກຸ່ມ​ນຳ​ໜ້າ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາງ ຫງວຽນ​ທິຮົ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິ​ນ ປາດ​ຖະໜາ​ວ່າ ການ​ຢ້ຽມຢາມ​ຂອງຄະນະສະມາຊິກສະພາ​ແຫ່ງ​ຊາດມິດຕະພາບ​ອັງກິດ - ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊ່ວຍ​ໃຫ້​ບັນດາ​ສະມາຊິກ​ໃນ​ຄະນະ​ເຂົ້າ​ໃຈ​ແຈ້ງ​ກວ່າ ​ແລະ ກາຍ​ເປັນ​ຂົວ​​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ອັງ​ກິດ ກັບ ຫວຽດນາມ ​ໃນ​ການ​ຮ່ວມ​ມື, ພ້ອມ​ກັນ​ພັດທະນາ. ທ່ານ George Howarth ​ໃຫ້​ຮູ້​ວ່າ; ຈຸດປະສົງ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຄັ້ງ​ນີ້ ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ພົວພັນ​ອັນ​ດີງາມ​ລະຫວ່າງ​ອັງກິ​ດ - ຫວຽດນາມ ກວ່າ​ອີກ, ການ​ຢ້ຽມຢາມ​ຂອງ​ຄະນະ​ດຳ​ເນີນ​​ໄປ​ໃນ​ສະພາບ​ທີ່ 2 ປະ​ເທດ​ຫວຽດນາມ - ອັງ​ກິດ ສະ​ເຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ. ທ່ານ George Howarth ປາດ​ຖະໜາ​ຢາກ​ມີ​ການ​ຮ່ວມ​ມື​ຈາກ​ຝ່າຍ​ນະຄອນ​​ໂຮ່ຈິ​ມິ​ນ, ຜ່ານ​ນັ້ນ​​ຊຸກຍູ້​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ອັງ​ກິດ ​ແລະ ນະຄອນ​ໂຮ່ຈິ​ມິນ​ກວ່າ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ.
ຂ່າວ/ບົດ​ອື່ນ