ກວ່າ 230.000 ຄົນໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການຕ້ານແລະຮັບມືກັບໄພທຳມະຊາດຢູ່ພາກກາງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ ຢູ່ ຮ່າໂນ້ຍ, ສູນກາງສະພາກາແດງຫວຽດນາມ ໄດ້ສົມທົບກັບສະພາກາແດງ ອາເມລິກາ ຈັດຕັ້ງກອງ ປະຊຸມສຳມະນາ ຜັນຂະຫຍາຍໂຄງການ “ເພີ່ມທະວີຄວາມສາມາດຕ້ານ ແລະ ຮັບມືກັບໄພທຳມະຊາດ ຢູ່ ພາກກາງຫວຽດນາມ” ໄລຍະ 2 ໂດຍອົງການພັດທະນາສາກົນ ອາເມລິກາ ອຸປະຖຳ. 
ກວ່າ 230.000 ຄົນໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການຕ້ານແລະຮັບມືກັບໄພທຳມະຊາດຢູ່ພາກກາງຫວຽດນາມ - ảnh 1 ປະຊາຊົນພາກກາງຫວຽດນາມປະສົບກັບນ້ຳຖ້ວມ

ໂຄງການດັ່ງກ່າວ ເພື່ອແນໃສ່ຫນູນຊ່ວຍກຸ່ມຄົນຖືກຄວາມສ່ຽງສູງກວ່າເພື່ອນ ແລະ ອຳນາດການປົກຄອງທ້ອງຖິ່ນ ຍົກສູງຄວາມສາມາດຕ້ານບັນດາຄວາມສ່ຽງຈາກໄພທຳມະຊາດ, ຫລຸດຜ່ອນຄວາມເສຍຫາຍກ່ຽວກັບຊັບສິນ ແລະ ຊີວິດອີນຊີ ຍ້ອນບັນດາປະກົດການອາກາດຮ້າຍແຮງກໍ່ຂຶ້ນ. ຄາດວ່າ ຈະມີກວ່າ 37.000 ຄົນໄດ້ຊົມໃຊ້ໂດຍກົງ ແລະ ກວ່າ 200.000 ຄົນໄດ້ຊົມໃຊ້ຜົນປະໂຫຍດຈາກໂຄງການໂດຍທາງອ້ອມ.  ທ່ານ ເຈີນກວັກຮຸ່ງ, ຮອງປະທານສະພາກາແດງຫວຽດນາມໃຫ້ຮູ້ວ່າ:

        “ໃນໄລຍະນີ້ ໂຄງການ ໂຄງການ ເພີ່ມທະວີຄວາມສາມາດຕ້ານ ແລະ ຮັບມືກັບໄພທຳມະຊາດຢູ່ ພາກກາງຫວຽດນາມ ຈະສຸມໃສ່ເຂົ້າໃນວຽກງານຮັບມືກັບໄພທຳມະຊາດຢູ່ວົງຄະນາຍາດຫລາຍກວ່າ. ຄຽງຄູ່ກັນນັ້ນ ຫນູນຊ່ວຍວົງຄະນາຍາດໃຫ້ມີຄວາມປອດໄພ, ໂຮງຮຽນ ປອດໄພ, ຫນູນຊ່ວຍອຳນາດການປົກຄອງບັນດາທ້ອງຖິ່ນເພື່ອຍົກສູງກຳລັງຄວາມສາມາດລະບອບນະໂຍບາຍກໍ່ຄືເຊື່ອມຕໍ່ບັນດາການເຄື່ອນໄຫວກ່ຽວກັບການປ້ອງກັນ ຕ້ານ ໄພພິບັດທຳມະຊາດ ກັບແຜນການພັດທະນາເສດຖະກິດ ສັງຄົມ ຂອງທ້ອງຖິ່ນ.”

ຕອບກັບ

ຂ່າວ/ບົດ​ອື່ນ