ກວ໋າງນີງ:ສະເຫນີສ້າງtourທ່ອງທ່ຽວເທບນິຍາຍເທວະດານ້ຳ

(VOVWORLD) -ໃນຂອບເຂດງານບຸນຊາຮວາຫວ່າງປີ 2018, ຕອນບ່າຍວັນທີ 6 ມັງກອນ ຢູ່ເມືອງ ບາແຈ໋ ແຂວງ ກວ໋າງນີງ ໄດ້ຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການລົງທຶນພັດທະນາການທ່ອງທ່ຽວ ບາແຈ໋ ຮອດປີ 2025, ວິໄສທັດຮອດປີ 2030. 

ກວ໋າງນີງ:ສະເຫນີສ້າງtourທ່ອງທ່ຽວເທບນິຍາຍເທວະດານ້ຳ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ 

ພາບ:vov

ເຂົ້າຮ່ວມກອງປະຊຸມສຳມະນາ, ສະຫະສະມາຄົມວິສາຫະກິດທ່ອງທ່ຽວແຂວງ ກວ໋າງນີງ, ສະຫະສະມາຄົມວິທະຍາສາດພັດທະນາການທ່ອງທ່ຽວແບບຍືນຍົງ, ບັນດາວິສາຫະກິດທ່ອງທ່ຽວຢູ່ພາຍໃນ ແລະ ນອກແຂວງ ກວ໋າງນີງ ໄດ້ສະເຫນີຫລາຍຂໍ້ລິເລີ່ມພັດທະນາການທ່ອງທ່ຽວຕາມທິດໝັ້ນຄົງ, ໃນນັ້ນ ມີແນວຄວາມຄິດສ້າງ tour ທ່ອງທ່ຽວເທບນິຍາຍເທວະດານ້ຳ. ປອ ຫງວຽນທິທູແຫ້ງ, ປະທານສະຫະພັນວິທະຍາສາດພັດທະນາທ່ອງທ່ຽວແບບຍືນຍົງ ໄດ້ແບ່ງປັນ:

“ໂດຍອີງໃສ່ບັນດາເທບນິຍາຍ, ປະຫວັດສາດຂອງທ້ອງຖິ່ນ ເພື່ອໃຫ້ພວກຂ້າພະເຈົ້າສ້າງເລື່ອງລາວກ່ຽວກັບເທບນິຍາຍເທວະດານ້ຳ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າຜະລິດຕະພັນການທ່ອງທ່ຽວດັ່ງກ່າວຈະກາຍເປັນເຄື່ອງໝາຍການຄ້າຂອງ ບາແຈ໋ ໃນໄລຍະຈະມາເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ