ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ໂມ​ຊຳ​ບິກ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງໜູນໃໝ່, ຊຸກຍູ້ ແລະ ເຮັດໃຫ້ການພົວພັນສາມັກຄີ, ການຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອອັນດີງາມໃຫ້ເລິກເຊິ່ງຂຶ້ນຕື່ມ ໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ.
ການ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ໂມ​ຊຳ​ບິກ - ảnh 1ການເຈລະຈາຂັ້ນສູງ ຫວຽດນາມ - ໂມຊຳບິກ 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ, ທ່ານປະທານາທິບໍດີ ສ.ໂມຊຳບິກ Filipe Jacinto Nyusi ແລະ ພັນລະຍາ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ 8/9 – 10/9/2024. ຕອນເຊົ້າວັນທີ 9 ກັນຍາ, ທີ່ພິທີຕ້ອນຮັບຢ່າງເປັນທາງການຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີການພົບປະ ແລະ ເຈລະຈາກັບທ່ານ ປະທານາທິບໍດີ Filipe Jacinto Nyusi.

ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງໜູນໃໝ່, ຊຸກຍູ້ ແລະ ເຮັດໃຫ້ການພົວພັນສາມັກຄີ, ການຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອອັນດີງາມໃຫ້ເລິກເຊິ່ງຂຶ້ນຕື່ມ ໂດຍການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດສືບທອດ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ.

ສ່ວນທ່ານ ປະທານາທິບໍດີ Filipe Jacinto Nyusi ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ການພັດທະນາຢ່າງແຮງກໍ່ຄືອິດທິພົນຊື່ສຽງບົນເວທີສາກົນ ເຊິ່ງ ຫວຽດນາມບັນລຸໄດ້. ທ່ານປະທານາທິບໍດີ ຕີລາຄາສູງຜົນງານຂອງ ຫວຽດນາມ ໃນຂົງເຂດກະສິກຳ, ທ່ານປາດຖະໜາຢາກ ຫວຽດນາມ ໜູນຊ່ວຍ ໂມຊຳບິກ ໃນການພັດທະນາກະສິກຳ.

ສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Filipe Jacinto Nyusi ເປັນສັກຂີພິຍານ ພິທີເຊັນເອກະສານຮ່ວມມືສອງສະບັບ ລວມມີ: ບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ແລະ ກະຊວງຊັບພະຍາກອນທຳມະຊາດແຮ່ທາດ ແລະ ພະລັງງານ ໂມຊຳບິກ ແລະ ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງທະເລ, ເຂດນ້ຳພາຍໃນປະເທດ ແລະ ສິນໃນນ້ຳ ໂມຊຳບິກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ ພົບປະກັບທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi, ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມດີໃຈນຳທ່ານປະທານາທິບໍດີ Filipe Jacinto Nyusi ໄດ້ມີການເຈລະຈາທີ່ປະສົບຜົນສຳເລັດກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຜ່ານນັ້ນ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ໂມຊຳບິກ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ