ວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມພະນັກງານ, ລັດຖະກອນ ແລະ ຄົນງານ ສະໜັບສະໜູນຊ່ວຍເຫຼືອປະຊາຊົນທີ່ຖືກເສຍຫາຍຍ້ອນພາຍຸ Yagi

(VOVWORLD) -ໃນວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂດ້ຕ້ຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປຸກລະດົມບັນດາພະນັກງານ,ລັດຖະກອນ, ຄົນງານທີ່ເຮັດວຽກໃນ ວິທະຍຸກະຈາຍສຽງ ຫວຽດນາມ ສະໜັບສະໜູນຜູ້ທີ່ຖືກເສຍຫາຍຍ້ອນພາຍຸ Yagi
       ວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມພະນັກງານ, ລັດຖະກອນ ແລະ ຄົນງານ ສະໜັບສະໜູນຊ່ວຍເຫຼືອປະຊາຊົນທີ່ຖືກເສຍຫາຍຍ້ອນພາຍຸ Yagi - ảnh 1ທ່ານ ໂດ້ຕ້ຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

     ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອີນຊີ ແລະ ຊັບສິນຢູ່ບາງທ້ອງຖິ່ນພາຍຫຼັງພາຍຸ Yagi, ໃນວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂດ້ຕ້ຽນຊີ້, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປຸກລະດົມບັນດາພະນັກງານ,ລັດຖະກອນ, ຄົນງານທີ່ເຮັດວຽກໃນ ວິທະຍຸກະຈາຍສຽງ ຫວຽດນາມ ສະໜັບສະໜູນຜູ້ທີ່ຖືກເສຍຫາຍຍ້ອນພາຍຸ Yagi. ກ່າວຄຳເຫັນທີ່ພິທີ, ທ່ານທ່ານ ໂດ້ຕ້ຽນຊີ້ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກປະພັນ, ນັກສິລະປິນ, ພະນັກງານໃນສະຖານີວຸິທະຍຸໜູນຊ່ວຍປະຊາຊົນບັນດາທ້ອງຖິ່ນທີ່ຖືກເສຍຫາຍຍ້ອນພາຍຸ Yagi , ປະກອບສ່ວນ ແບ່ງປັນຄວາມເສຍຫາຍຂອງປະຊາຊົນ. ໃນວັນດຽວກັນນີ້, ຄະນະປະຈຳກຳມະບານວິທະຍຸກະຈາຍສຽງຫວຽດນາມ ໄດ້ປະກາດປຸກລະດົມພະນັກງານ, ລັດຖະກອນ, ຄົນງານທົ່ວສະຖານີວິທະຍຸຈົ່ງຊ່ວຍເຫຼືອເງິນຢ່າງໜ້ອຍເຄິ່ງວັນເຮັດວຽກເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຍ້ອນພາຍຸ Yagi.

ຕອບກັບ

ຂ່າວ/ບົດ​ອື່ນ