ກໍ່ສ້າງເຂດພູພຽງຫີນດົ່ງວັນເປັນສະຖານທີ່ທ່ອງທ່ຽວແຫ່ງຊາດແລະສາກົນ

ກໍ່ສ້າງເຂດພູພຽງຫີນດົ່ງວັນເປັນສະຖານທີ່ທ່ອງທ່ຽວແຫ່ງຊາດແລະສາກົນ - ảnh 1
ເຂດ​ພູ​ພຽງ​ຫີນ ດົງ​ວັນ
ພາບ:internet

(vovworld)-  ​ວັນ​ທີ 2/11 ຢູ່ ເມືອງ ກວ໋ານ​ບ້າ ແຂວງ ຮ່າ​ຢາງ, ກະ​ຊວງກໍ່​ສ້າງ ໄດ້​ສົ​ມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຢາງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ກໍ່​ສ້າງ, ພັດ​ທະ​ນາ ເຂດ​ພູ​ພຽງ​ຫີນ​ດົງ​ວັນ ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ສາ​ກົນ”. ນີ້​ແມ່ນ​ສວນ​ສາ​ທາ​ລະ​ນະທໍ​ລະ​ນີ​ສາດທົ່ວ​ໂລກ​ແຫ່ງຫນຶ່ງ​ດຽວຢູ່​ຫວຽດ​ນາມ ແລະ ແຫ່ງ​ທີ 2 ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ບັນ​ດາ​ຜູ້​ຊ່ຽວ​ຊານ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ການ​ນຳ​ແຂວງ ຮ່າ​ຢາງ ໄດ້​ປຶກ​ສາ​ຫາ​ລື, ສຸມ​ໃສ່​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ​ກ່ຽວ​ກັບ​ການກໍ່​ສ້າງ, ພັດ​ທະ​ນາ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານ ແລະ ສອດ​ຄ່ອງ​ກັບ​ບັນ​ດາ​ມາດ​ຖານ​ຂອງ​ເຄືອ​ຂ່າຍ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ, ສອດ​ຄ​ອ່ງ​ກັບ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ ແລະ ການ​ວາງ​ແຜນ​ກຳ​ນົດ​ສັງ​ລວມ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ແຂວງ ຮ່າ​ຢາງ​ຮອດ​ປີ 2020 ແລະ ວິ​ໄສ​ທັດ​ຮອດ​ປີ 2030.

 

ຂ່າວ/ບົດ​ອື່ນ