ກໍ່ສ້າງໂຄງການສາຍກາບສົ່ງໄຟຟ້າເຊື່ອມຕໍ່ທະເລໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສຽງໃຕ້

ກໍ່ສ້າງໂຄງການສາຍກາບສົ່ງໄຟຟ້າເຊື່ອມຕໍ່ທະເລໃຫຍ່ກວ່າໝູ່ຢູ່ອາຊີຕາເວັນອອກສຽງໃຕ້ - ảnh 1
ພາບປະກອບ:internet

(vovworld)-​ ບໍລິສັດ​ໃຫຍ່​ໄຟຟ້າ​ພາກ​ໃຕ້(EVNSPC) ​ໃຫ້​ຮູ້​ວ່າ: ​ໂຄງການ​ສາຍ​ກາບ​ສົ່ງ​ໄຟຟ້າ 110 ກິ​ໂລ​ວັດ ​ເຊື່ອມ​ຕໍ່​ທະ​ເລ ຮ່າ​ຕຽນ- ຟູກ​ວກ ຈະ​ໄດ້ລົງມື​ກໍ່ສ້າງ​ໃນ​ວັນ​ທີ 21/11 ຈະ​ມາ​ເຖິງ ​ແລະ ຄາດ​ວ່າ​​​ໂຄງການ​ດັ່ງກ່າວ​ຈະ​ຖືກນຳ​​ເຂົ້າ​ໃຊ້​ການກ່ອນ​ວັນ​ທີ 30/4/2014 ປະກອບສ່ວນ​ສະຫນອງ​ໄຟຟ້າ​ຢ່າງ​ຖາວອນ, ຍາວ​ນານ​ໃຫ້​ແກ່​ປະຊາຊົນ​ເມ​ືອງ​ເກາະ ຟູ​ກວກ ​ແຂວງ ກຽນ​ຢາງ. ນີ້​ແມ່ນ​ກິດຈະກຳ​ສາຍ​ກາບສົ່ງ​ໄຟຟ້າ​ເຊ່ືອມ​ຕໍ່​ທະ​ເລ​ໃຫຍ່​ກວ່າ​ໝູ່​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ມີ​ຄວາມ​ຍາວ​ເກືອບ 56 ກິ​ໂລ​ແມັດ ​ເພື່ອ​ສົ່ງ​ໄຟຟ້າ​ອອກ​ສູ່​ເມືອງ​ເກາະ ​ຟູ​ກວກ ​ແຂວງ ກຽນ​ຢາງ. ຍອດ​ມູນ​ຄ່າ​ລົງທຶນ​ໃຫ້​ແກ່​ໂຄງການ​ດັ່ງກ່າວ​ແມ່ນ 2.340 ຕື້​ດົ່ງ. ​​ເມື່ອໂຄງການກໍ່ສ້າງ​ສຳ​ເລັດ ຈະ​ຮັບປະກັນ​ການ​ສະຫນອງ​ໄຟຟ້າ​ໃຫ້​ແກ່​ປະຊາຊົນ ພ້ອມ​ທັງ​ສ້າງ​ປະຖົມ​ປັດ​​​ໄຈ​ເພື່ອ​ພັດທະນາ​ເກາະ ​ຟູກ​ວກ ​ໃຫ້​ກາຍ​ເປັນ​ເຂດ​ເສດຖະກິດ​ສຳຄັນ ​ແລະ ​ເຂດ​ຊີວະ​ພາບ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ທັງ​ປະ​ເທດ.

ຂ່າວ/ບົດ​ອື່ນ