ກອງທຶນພື້ນຖານໂຄງລ່າງອາຊຽນສະເໜີຕົວ ຢ່າງເປັນທາງການ

ກອງທຶນພື້ນຖານໂຄງລ່າງອາຊຽນສະເໜີຕົວ ຢ່າງເປັນທາງການ - ảnh 1
ພາບປະກອບ

(vovworld) – ​ໃນ​ການປະຊຸມ​ພາຍ​ນອກ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ວ່າການ​ທະນາຄານ​ພັດທະນາ​ອາຊີ (ຫຼື ADB) ຄັ້ງ​ທີ 45 ທີ່​ນະຄອນຫຼວງ Manila ຂອງ ຟິລິບ​ປິນ, ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້ຈັດ​ພິທີ​ສະ​ເໜີ​ຕົວ​ກອງ​ທຶນ​ພື້ນຖານ​ໂຄງ​ລ່າງ​ອາ​ຊຽນ (ຫຼື AIF) ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ກອງ​ທຶນ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຂອງ ອາ​ຊຽນ ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ການ​ສ້າງ​ກອງ​ທຶນ​ພື້ນຖານ​ໂຄງ​ລ່າງ ອາ​ຊຽນ ​ແມ່ນ​ບາດ​ລ້ຽວ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ບັນດາ​ປະ​ເທດ ອາ​ຊຽນ ພ້ອມ​ກັນ​ອຸປະຖຳ ​ໃຫ້​ແກ່​ບັນດາ​ໂຄງ​ການ​ພື້ນຖານ​ໂຄງ​ລ່າງ, ຊ່ວຍ​ຊຸກຍູ້ດ້ານ​ການ​ຄ້າ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ 500 ລ້ານ​ຄົນ​ໃນ​ປະຊາ​ຄົມ ອາ​ຊຽນ. ກອງ​ທຶນ​ພື້ນຖານ​ໂຄງ​ລ່າງ ອາ​ຊຽນ ຈະ​ອຸປະຖຳ​ໃຫ້​ແກ່​ບັນດາ​ໂຄງການ​ກໍ່ສ້າງ ທາງບົກ, ທາງ​ລົດ​ໄຟ, ລະບົບ​ສະໜອງ ​ໄຟຟ້າ, ນ້ຳ ​ແລະ ບັນດາ​ຄວາມ​ຕ້ອງການ​ພື້ນຖານ​ໂຄ​ງລ່າງອື່ນໆ ຂອງ​ບັນດາປະ​ເທດ​ອາ​ຊຽນ, ຄາດ​ວ່າ​ຕ້ອງການ​ຈຳນວນ​ເງິນ 60 ຕື້ USD/ປີ.

ຂ່າວ/ບົດ​ອື່ນ