(ພາບປະກອບ / TTXVN)
(vovworld) – ຕອນຄ່ຳວັນທີ 12/09, ກອງທັບ ຊີຣີ ແຈ້ງໃຫ້ຮູ້ວ່າ: ໄດ້ຢຸດຕິການເຄື່ອນໄຫວດ້ານການທະຫານທັງໝົດໃນ 7 ວັນ, ພາຍຫລັງຄຳສັ່ງຢຸດຍິງປະຫວັດສາດຢູ່ປະເທດນີ້ເລີ່ມຕົ້ນ ໂດຍ ອາເມລິກາ ແລະ ລັດເຊຍ ເປັນຄົນກາງໄກ່ເກ່ຍເລີ່ມມີຜົນສັກສິດພຽງ 2 – 3 ນາທີ. ໃນຖະແຫຼງການທີ່ຖ່າຍທອດທາງໂທລະພາບແຫ່ງຊາດ, ກອງທັບ ຊີຣີ ໃຫ້ຮູ້ວ່າ: ວິວັດການຢຸດຕິບັນດາການເຄື່ອນໄຫວດ້ານການທະຫານຈະເລີ່ມຕົ້ນໃນເວລາ 19 ໂມງ (ຕາມເວລາທ້ອງຖິ່ນ) ແລະ ແກ່ຍາວຮອດກາງຄືນວັນທີ 18/09 (ຕາມເວລາທ້ອງຖິ່ນ) “ໃນທົ່ວປະເທດ ຊີຣີ”. ເຖິງຢ່າງໃດກໍ່ຕາມ ຕາມໜັງສືພິມ “The New York Times” ແລ້ວ, ມີຂ່າວໃຫ້ຮູ້ວ່າ ນັບແຕ່ເມື່ອມີຜົນສັກສິດຍັງບໍ່ທັນຄົບ 1 ຊົ່ວໂມງ ຄຳສັ່ງຢຸດຍິງໄດ້ຖືກລະເມີດ ຢູ່ແຂວງ Daraa ຢູ່ພາກໃຕ້, ກຸ່ມລຸກຮື້ຂຶ້ນກຸ່ມໜຶ່ງໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ ເຂົາເຈົ້າໄດ້ຂ້າພົນທະຫານລັດຖະບານຕາຍ 4 ຄົນ.