ກອງປະຊຸມ ASEM SOM ຢູ່ລາວ
ກອງປະຊຸມ ASEM SOM ຢູ່ລາວ
(ພາບ:vnvietnamplus.vn)
(vovworld)- ແຕ່ວັນທີ 11-14/9, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງບັນດາປະເທດ ASEM ( ASEM SOM ) ໂດຍມີການເຂົ້າຮ່ວມຂອງຜູ້ແທນບັນດາປະເທດ ASEM ແລະ ອົງການຈັດຕັ້ງສາກົນກ່ວາ 120 ທ່ານ. ກອງປະຊຸມໄດ້ແລກປ່ຽນຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງ ASEM 9 ໂດຍລາວ ເປັນເຈົ້າພາບຈັດກອງປະຊຸມໃນເດືອນ 11 ທີ່ຈະມາເຖິງ ດ້ວຍບັນດາເນື້ອໃນສຳຄັນຄື: ຮ່າງຖະແຫຼງການວຽງຈັນ ກ່ຽວກັບການຮັດແໜ້ນການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາ; ຖະແຫຼງການຂອງປະທານກອງປະຊຸມຂັ້ນສູງ ASEM 9; ໂຄງການດຳເນີນງານຂອງກອງປະຊຸມ ແລະ ທິດທາງການຮ່ວມມືຂອງ ASEM ໃນອະນາຄົດ. ທີ່ການປະຊຸມ, ຝ່າຍລາວ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບລະດັບຄວາມໄວໃນການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ກອງປະຊຸມ ແລະ ເຊີນບັນດາຜູ້ແທນໄປຢ້ຽມຊົມກິດຈະກຳສຳຄັນຮັບໃຊ້ກອງປະຊຸມຈຳນວນ 1. ມາຮອດປະຈຸບັນ, ມີ 35 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ຮັບຄຳເຊີນເຂົ້າຮ່ວມກອງປະຊຸມຂັ້ນສູງ ASEM 9, ໃນນັ້ນມີປະມຸກລັດ 10 ທ່ານ, ນາຍົກລັດຖະມົນຕີ 19 ທ່ານ ແລະ ບັນດາທ່ານປະທານສະພາເອີລົບ ແລະ ຄະນະກຳມະການເອີລົບ. ຄະນະຈັດຕັ້ງຢືນຢັນວ່າ ກອງປະຊຸມຂັ້ນສູງ ASEM 9 ແມ່ນໂອກາດສຳຄັນເພື່ອໃຫ້ບັນດາການນຳອາຊີ ແລະ ເອີລົບ ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ ASEM ນັບມື້ນັບມີການພັດທະນາ ພ້ອມທັງນີ້ກໍ່ແມ່ນຄວາມເປັນກຽດຂອງລາວ ຂະນະທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມສາກົນໃຫ່ຍເປັນຄັ້ງທຳອິດ.