ກອງປະຊຸມຄັ້ງທີ 10 ຄະນະບໍລິ ຫານງານອົງຄະນະພັກ ກຸ່ມບັນດາອົງການຈັດຕັ້ງສູນກາງ

ກອງປະຊຸມຄັ້ງທີ 10 ຄະນະບໍລິ ຫານງານອົງຄະນະພັກ ກຸ່ມບັນດາອົງການຈັດຕັ້ງສູນກາງ - ảnh 1

(ພາບປະກອບ:vp.mine.vn)

(vovworld)- ຕອນ​​ເຊົ້າວັນ​ທີ 25/9, ຢູ່​ຮ່າ​ໂນ້ຍ ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ຈັດຕັ້ງສູນ​ກາງ​ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ຄັ້ງທີ 10 ​ເປີດ​ກ້ວາງ​ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ຄື: ​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ຄະນະ​ປະຈຳ​ອົງຄະ​ນະ​ພັກກຸ່ມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ລ້ວນ​ແຕ່​ຖື​ວ່າ: ການ​ສຳ​ຫຼວດກວດກາ​ຄະນະ​ປະຈຳ​ອົງຄະ​ນະ​ພັກກຸ່ມ ບັນດາ​ອົງການ​ຈັດຕັ້ງສູນ​ກາງ ​ໄດ້​ຕິດ​ພັນ​ກັບ​ເນື້ອ​ໃນ,​ຄຳ​ຮຽກຮ້ອງ​ຂອງມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​​ໂດຍ​ໃຫ້ຂໍ້​​ສັງ​ເກດວ່າ: ​ບົດ​ລາຍ​ງານ​ສຳ​ຫຼວດກວດກາ​ຄະນະ​ປະຈຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມງວດ, ຫວັງ​ຢາກ​ກ້າວໜ້າ, ການ​ໄຈ້​ແຍກ​ຢ່າງ​ກົງ​ໄປ​ກົງ​ມາ​ໃນ​ບັນດາ​ຂໍ້ຄົງຄ້າງ​ທີ່​​ໄດ້​ແກ່ຍາວ, ຊີ້​​ໃຫ້​ເຫັນ​ສາຍ​ເຫດ​ພ້ອມ​ທັງ​ຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ລະອຽດ. ຕິດ​ພັນ​ກັບ​ວິວັດ​ການ​ສຳ​ຫຼວດກວດກາ, ຄະນະ​ປະຈຳ​ອົງຄະ​ນະ​ພັກ​ກຸ່ມ ​ໄດ້​ຊີ້​ນຳ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນສຳລັບ​ເລື່ອງ​ແກ້​ໄຂ​ໃບ​ຮ້ອງທຸກ, ກ່າວ​ຟ້ອງ, ພິຈາລະນາ​ບັນດາ​ບັນຫາ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ, ຄຸ້ມ​ຄອງ​ການ​ເງິນ, ຊັບ​ສົມບັດ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ມີ​ຂໍ້​ສະຫລຸບ​ລະອຽດກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ.

 

 

 

 

 

 

ຂ່າວ/ບົດ​ອື່ນ