ກອງປະຊຸມຄັ້ງທີ17ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

ກອງປະຊຸມຄັ້ງທີ17ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ - ảnh 1
(ກອງປະຊຸມຄັ້ງທີ 17 ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 17 ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ, ​ໂດຍ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເປັນ​ປະທານ, ຖືກ​ດຳ​ເນີນ​ໄປ​​ໃນ​ຕອນ​ເຊົ້າ​ວັນ​ທີ 31/12, ຢູ່​ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ປະຕິ​ຮູບ​ຕຸລາການ​ປີ 2014, ໜ້າ​ທີ່​ຈຸດ​ສຸມ​ວຽກ​ງານ​ປະຕິ​ຮູບ​ຕຸລາການປີ 2015. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ, ປີ 2014 ​ແມ່ນ​ປີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແຕ່​ບັນດາ​​ອົງ​ການ​ຕຸລາການ​ເວົ້າ​ສະ​ເພາະ ​ແລະ ການ​ເຄື່ອນ​ໄຫວ​ຕຸລາການ​ເວົ້າ​ລວ​ມບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ຕັ້ງ​ໜ້າ, ພິ​ເສດ​ແມ່ນ​ສຳ​ເລັດ​ບັນດາ​​ແຜນ​ຮ່າງ, ຫັນ​ຮ່າງ​ກົດໝາຍ​ຕາມ​ຈິດ​ໃ​ຈ​ລັດຖະທຳ​ມະນູນ ເປັນ​ລະ​ອຽດ​​ຢ່າງ​ທັນ​ການ. ​ເລື່ອງ​ສະຫຼຸບ 8 ປີ​ແຫ່ງ​ການ​ປະຕິບັດ​ວຽກ​ງານ​ປະຕິ​ຮູບ​ຕຸລາການ ​ຖອດ​ຖອນ​ໄດ້ບັນດາ​ບົດຮຽນ, ພ້ອມ​ທັງ​ວາງ​ອອກ​ບັນຫາ​​ໃໝ່​ຕ້ອງ​ໄດ້​ຮັບ​ການ​ຄົ້ນຄວ້າ, ​ເພີ່ມ​ເຕີ່ມ​ໃນ​ໄລຍະ​ໃໝ່. ປີ 2015 ​ແມ່ນ​ປີກ​ອງປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດຂອງ​ພັກຄັ້ງ​ທີ 12; ສຸມ​ໃສ່​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ປີ 2013 ຜ່ານ​ການ​ປັບປຸງ, ​ເພີ່ມ​​ເຕີມ​ຮ່າງ​ກົດໝາຍ​ສຳຄັນ​ຫຼາຍ​ສະບັບ ທີ່​ກ່ຽວ​ງຂ້ອງ​ເຖິງ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຕຸ​ລາ​ການ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ສຸມ​ໃສ່​ຊີ້​ນຳ ​ເພື່ອ​ນຳ​ຈິດ​ໃຈ​​ປະຕິ​ຮູບ​ຕຸລາການ​ເຂົ້າ​ໃນ​ການ​​ສ້າງ​ນະ​ໂຍບາຍ, ກົດໝາຍ​ໃຫ້​ສົມ​ບູນ​ແບບ, ກຳນົດ​ພາລະ​ໜ້າ​ທີ່​ຢ່າງ​ຈະ​ແຈ້ງ… ຄະນະ​ຊີ້​ນຳ​ການ​​ປະຕິ​ຮູບ​ຕຸລາການ ຕ້ອງ​ຮັບຮອງ​ເອົາ​ບັນດາ​ແຜນ​ຮ່າງ​ປະຕິ​ຮູບ​ໂດຍ​ໄວ ​​ເພື່ອ​ຕອບ​ສະໜອງ​ວຽກ​ງານ​ປະຕິ​ຮູບ​ຕຸລາການ​ໃນ​ໄລຍະ​ຈະ​ມາ​ເຖິງ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ