ກອງປະຊຸມຄົບຄະນະຄະນະກຳມະການແມ່ນ້ຳຂອງຫວຽດນາມປີ 2013

    ກອງປະຊຸມຄົບຄະນະຄະນະກຳມະການແມ່ນ້ຳຂອງຫວຽດນາມປີ 2013 - ảnh 1
       ແມ່ນ້ຳກິວລອງ ທາງພາກໃຕ້ຫວຽດນາມ ຊຶ່ງແມ່ນສາຂາແມ່ນ້ຳຂອງຕອນລຸ່ມ
(ພາບ: baotiengiang)

Vovworld- ກອງ​ປະຊຸມ​ຄົບ​ຄະນະ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ຫວຽດນາມ​ປີ 2013 ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/7 ຢູ່​ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ວິວັດ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ​ໃນ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ແຫຼ່ງນ້ຳ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ປະຈຸ​ບັນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຕ່າງ​ກໍ​ຖື​ວ່າ ​ໃນ​ປີຜ່ານມາ, ການ​ຮ່ວມ​ມື​ແມ່​ຂອງ-ຫວຽດນາມ​ທີ່​ມີ​ຕໍ່​ພາກ​ພື້ນ ​ແລະ ສາກົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເປີດ​ກ້ວາງ. ຜ່ານ​ນັ້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ​ຂອງ​ຫວຽດນາມ​ກໍ​ຄື​ບັນດາ​ປະ​ເທດ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືທາງ​ດ້ານ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ແຫຼ່ງນ້ຳ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ປະຈຸ​ບັນ. ກ່ຽວ​ດັບ​ແຜນການ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ທ່ານ ​ເລ​ດຶກ​ຈຸ​ງ ຫົວໜ້າ​ຫ້ອງການ​ປະຈຳ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ປີ 2014, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເຂດ​ຕອນ​ເທິງ​ແມ່​ນ້ຳ, ພິ​ເສດ​ແມ່ນ​ໃນ​ການ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ຄົ້ນ​ຄ້ວາ​ຂອງ​ຄະນະ​ກຳມາ​ທິການ​​ແມ່​ນ້ຳຂອງ​ກ່ຽວ​ກັບ​ການ​ຕີ​ລາຄາ​ຜົນ​ກະທົບ​ຂອງ​ບັນດາ​ກິດຈະກຳ​ບົນ​ລຳ​ແມ່​ນ້ຳ. ພ້ອມ​ກັນ​ນັ້ນ, ກໍ​ຕັ້ງໜ້າ​ເຂົ້າ​ຮ່ວມ​ດ້ວຍ​ຂໍ້​ຄິດ​ລິ​ເລີ່​ມຮ່ວມ​ມື​ສາກົນ, ພາກ​ພື້ນ​ອາ​ຊຽນ, ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ​ແມ່​ຂອງ-ຍີ​ປຸ່ນ, ​ແມ່​ຂອງ-ອາ​ເມ​ລິ​ກາ. ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະຫວ່າງ ຄະນະ​ກຳມາ​ທິການ​​ແມ່​ນ້ຳຂອງ​ສາກົນ ​ແລະ ຄະນະ​ກຳມະການ​​ແມ່​ນ້ຳຂອງ​ຫວຽດນາມ, ລະຫວ່າງ ຄະນະ​ກຳມະການ​​ແມ່​ນ້ຳຂອງ​ຫວຽດນາມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ຮັບປະກັນ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຈະ​ຖືກ​ປະສົມ​ປະສານ​ເຂົ້າ​ໃນ​ໂຄງການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ” 

ຂ່າວ/ບົດ​ອື່ນ