ກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງ, ນະຄອນທາງທິດຕາເວັນ ອອກພາກໃຕ້


ກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງ, ນະຄອນທາງທິດຕາເວັນ ອອກພາກໃຕ້ - ảnh 1
( ແຜນທີ່ທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້ )

( vovworld ) –   ຕອນ​ເຊົ້າ​ວັນ​ທີ 9/5, ຢູ່​ນະ​ຄອນ​​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ກອງ​ປະຊຸມຄະນະປະຈຳສະພາ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້ ຄັ້ງ​ທຳ​ອິດ, ​ອາຍຸ​ການ 2011 – 2016, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ການ​ນຳ​ສະພາ​ປະຊາຊົນ 9 ​ແຂວງ, ນະຄອນ​ໃນ​​ເຂດ.​ ທີ່​ກອງ​ປະຊຸມ​, ບັນດາ​ສະມາຊິກສະພາ​ປະຊາຊົນ​ໄດ້​ສຸມ​ໃສ່​ປຶກສາ​ຫາ​ລືບັນດາ​ບັນຫາ​ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາມາດ, ປະສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ ​ແລະ ບົດບາດ​ຂອງສະພາ​ປະຊາຊົນ​​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ​ ແກ້​ໄຂ​ບັນດາ​ຄວາມ​ເຫັນ​ຂອງ​ຜູ້​ມີ​ຊິດ​ເລືອກ​ຕັ້ງ, ສົມ​ເປັນ​ອົງກາ​ນສິດ​ອຳນາດ​ຂອງ​ລັດ​ຢູ່​ທ້ອງ​ຖີ່​ນ, ຕາງໜ້າ​ໃຫ້​ເຈດ​ຈຳນົງ ​ແລະ ຄວາມ​ມຸ້ງມາດ​ປາດ​ທະ​ໜາຂອງ​ປະຊາຊົນ. ທ່ານ Tran Dinh Khoa ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຂວງ ບ່າ​ເຣ້ຍ - ວຸງ​ເຕົ່າ, ​ໃຫ້​ຮູ້​ວ່າ.

“ ສະມາຊິກ​ສະພາ​ປະຊາຊົນ​ຕ້ອງ​ມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​​​ທ້ອງ​ຖິ່ນທີ່​ຕົນ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ ເພື່ອ​ປະຕິບັດ​ສິດ​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ. ​ເຮັດ​ຄື​ແນວ​ນັ້ນ ປະຊາຊົນ​ຈຶ່ງ​ມາພົບ​ປະ​ກັບ​ພວກ​ເຮົາ​ ​ເພື່ອ​ລາຍ​ງານ, ສະ​ເໜີ​ບັນດາ​ບັນຫາ​ທີ່​ເຂົ້າ​ເຈົ້າ​ມີ​ຄວາມ​ສົນ​ໃຈ. ນອກຈາກ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຕາມ​ກຳນົດ​ເວລາ​ແລ້ວ ຄວນ​ຈັດ​ຕັ້ງການ​ພົບ​ປະ​ຄັ້ງອື່ນໆອີກ ​ເພື່ອ​ຮັບ​ເອົາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​​ໃນ​ສັງຄົມ​ຢ່າງ​ຄົບ​ຖ້ວນ. ຈາກ​ນັ້ນ, ສະພາ​ປະຊາຊົນ​​ແຂວງ ຈະ​ພິຈາລະນາ, ປຶກສາ​ຫາລື​ເພື່ອ​ວາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ມາດ​ຕະການ, ກຳນົດ​ທິດ​ປະກາດ​ໃຊ້​ບັນດາ​ມະຕິ​ໃຫ້​​ເໝ​າະສົ​ມກັບສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖີ່​ນ ​ແລະ ກວດກາ​ລະດັບ​ເໝາະ​ສົມ​​ເຊິ່ງມະຕິສະພາ​ປະຊາຊົນ​​ໄດ້​ປະກາດ​ໃຊ້ ”​.

ຂ່າວ/ບົດ​ອື່ນ