ກອງປະຊຸມຍ້ອງຍໍຊົມເຊີຍແມ່ຍິງບັນດາເຜົ່າສ້າງເສດຖະກິດເກັ່ງ ເຂດຕາເວັນຕົກສ່ຽງເໜືອ

ກອງປະຊຸມຍ້ອງຍໍຊົມເຊີຍແມ່ຍິງບັນດາເຜົ່າສ້າງເສດຖະກິດເກັ່ງ ເຂດຕາເວັນຕົກສ່ຽງເໜືອ - ảnh 1
ລາຍ​ການ​ສິ​ລະ​ປະ​ເນື່ອງ​ໃນໂອາກດ​ຈັດກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ​ແມ່​ຍິງ​ບັນ​ດາ​ເຜົ່າ​ສ້າງ​ເສດ​ຖະ​ກິດ​ເກັ່ງ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ


(vovworld)- ຕອນ​ເຊົ້າ​ວັນ​ທີ 11/6, ຢູ່​ນະ​ຄອນ​ວິງ ແຂວງ​ເງະ​ອານ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ໄດ້​ສົມ​ທົບກັບ​ສູນ​ກາງສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ແລະ ແຂວງ​ເງະ​ອານ ຈັດ​ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ​ແມ່​ຍິງ​ບັນ​ດາ​ເຜົ່າ​ສ້າງ​ເສດ​ຖະ​ກິດ​ເກັ່ງ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ເຈືອງ​ຮ່​ວາ​ບິງ ໄດ້​ສະ​ເໜີ​ວ່າ ສູນ​ກາງສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມສືບ​ຕໍ່​ຄົ້ນ​ຄ້​ວາ, ຍູ້​ແຮງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ບັນ​ດາບັ້ນ​ຂົນ​ຂວາຍ​ແມ່ຍິງສ້າງ​ເສດ​ຖະ​ກິດ​ເກັ່ງ, ລະ​ດົມ​ກຳ​ລັງ​ໃຈ​ແກ່​ແມ່​ຍິງ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ໃນ​ການ​ເຄື່ອນ​ໄຫວ​ກຸ​ສົນ​ສັງ​ຄົມ… ທີ່ກອງ​ປະ​ຊຸມ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ ສູນ​ກາງສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຜູ້​ແທນ 192 ຄົນ ຊຶ່ງ​ຕາງ​ໜ້າໃຫ້​ບັນ​ດາ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ສ້າງ​ເສດ​ຖະ​ກິດ​ເກັ່ງ​ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ 2 ແຂວງ​ໃກ້​ຄຽ​ງ​ຄື ກວາງ​ນິງ ແລະ ຮ່າ​ຕິ້ງ.
ຂ່າວ/ບົດ​ອື່ນ