ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ: ການຜະລິດອຸດສາຫະກຳມີຫຼາຍຈຸດພົ້ນເດັ່ນ

(VOVWORLD) - ບັນດາດັດຊະນີສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ແມ່ນບັນລຸລະດັບເຕີບໂຕໃນວົງກວ້າງຢູ່ 60/63 ທ້ອງຖິ່ນໃນເດືອນ ກໍລະກົດ.
ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ: ການຜະລິດອຸດສາຫະກຳມີຫຼາຍຈຸດພົ້ນເດັ່ນ - ảnh 1 ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ
(ພາບ: VGP)

        ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານທີ່ຈັດຂຶ້ນໃນຕອນບ່າຍວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາງ ຟາມທິທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ, ສະພາບການຟື້ນຟູອຸດສາຫະກຳຂອງ ຫວຽດນາມ ໃນ 7 ເດືອນຜ່ານມາມີຫຼາຍຈຸດພົ້ນເດັ່ນ. ບັນດາດັດຊະນີສຳຄັນລ້ວນແຕ່ມີການເຕີບໂຕຢ່າງແຮງ, ການຜະລິດອຸດສາຫະກຳສ່ວນໃຫຍ່ແມ່ນບັນລຸລະດັບເຕີບໂຕໃນວົງກວ້າງຢູ່ 60/63 ທ້ອງຖິ່ນໃນເດືອນ ກໍລະກົດ. ທ່ານນາງ ຟານທິທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ເນັ້ນໜັກວ່າ:

        “ການຜະລິດອຸດສາຫະກຳພວມຟື້ນຟູຢ່າງແຮງເມື່ອທຽບໃສ່ປີ 2023 ແລະ ສືບຕໍ່ຮັກສາທ່າອ່ຽງຕັ້ງໜ້າ. ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດໄດ້ກັບຄືນສູ່ບົດບາດນຳພາການເຕີບໂຕ. ກຳລັງຄວາມສາມາດໃນການຜະລິດຂອງບັນດາວິສາຫະກິດອຸດສາຫະກຳຢູ່ພາຍໃນປະເທດໄດ້ມີທ່າຟື້ນຟູຢ່າງຕັ້ງໜ້າ ແລະ ພ້ອມແລ້ວຈະນຳໃຊ້ບັນດາກາລະໂອກາດທີ່ຕະຫຼາດໃໝ່ນຳມາໃຫ້ໃນໄລຍະຈະມາເຖິງ. ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດຜະລິດພາຍໃນປະເທດ ກໍຄືບັນດາວິສາຫະກິດຕ່າງປະເທດພວມໄດ້ຮັບການປັບປຸງຢ່າງແຮງ ຍ້ອນມີບັນດາສັນຍານທີ່ຕັ້ງໜ້າໃນການເຕີບໂຕການຜະລິດອຸດສາຫະກຳຂອງຊຸມເດືອນຕົ້ນປີ”.

ຕອບກັບ

ຂ່າວ/ບົດ​ອື່ນ