ກອງປະຊຸມທົ່ວປະເທດ ຜັນຂະຫຍາຍປະຕິບັດ ມະຕິສູນກາງພັກຄັ້ງທີ 6 ຊຸດທີ 11
(ພາບປະກອບ:baocongthuong.com.vn)
(vovworld) - ຕອນເຊົ້າວັນທີ 26/12, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ໄດ້ຈັດກອງປະຊຸມທົ່ວປະເທດຮ່ຳຮຽນ, ຊາບຊືມ ແລະ ຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງທີ 6 ຊຸດທີ 11 ກ່ຽວກັບການສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ໃຫ້ຮູ້ວ່າ:
“ຜ່ານການປຶກສາຫາລື, ສູນກາງໄດ້ເຫັນວ່າ: ບັນດາກຳມະສິດທີ່ດິນແມ່ນບັນຫາສຳຄັນຍິ່ງ ແລະ ມີການກ່ຽວຂ້ອງເຖິງປະຫວັດສາດ, ສະຖຽນລະພາບດ້ານການເມືອງ ແລະ ການປະຕິບັດກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນໂດຍລັດເປັນຜູ້ຕາງໜ້າ ໄດ້ຮັບປະກັນໃຫ້ລັດເປັນເຈົ້າການໃນການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທີ່ດິນຮັບໃຊ້ໃຫ້ແກ່ຈຸດໝາຍພັດທະນເສດຖະກິດ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ຜູ້ນຳໃຊ້ທີ່ດິນໄດ້ມອບສິດນຳໃຊ້ທີ່ດິນ ແລະ ລັດຮັບປະກັນການປະຕິບັດບັນດາສິດດັ່ງກ່າວ“