ກອງປະຊຸມທົ່ວປະເທດຜັນຂະຫຍາຍໜ້າທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກປີ 2018

(VOVWORLD) - ວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກປີ 2017, ຜັນຂະຫຍາຍໜ້າທີ່ປີ 2018. 
ກອງປະຊຸມທົ່ວປະເທດຜັນຂະຫຍາຍໜ້າທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກປີ 2018 - ảnh 1 ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ 

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງບົດບາດ, ທີ່ຕັ້ງສຳຄັນພິເສດຂອງຄະນະຈັດຕັ້ງສູນກາງພັກໃນທົ່ວລະບົບບັນດາອົງການເປັນເສນາທິການຂອງພັກ, ແມ່ນອົງການເປັນເສນາທິການໃຫ້ສູນກາງ, ກົມການເມືອງ, ຄະນະເລຂາສູນກາງພັກກ່ຽວກັບແຜນນະໂຍບາຍ ແລະ ບັນດານະໂຍບາຍໃຫຍ່ຂຶ້ນກັບຂົງເຂດຈັດຕັ້ງ, ກໍ່ສ້າງພັກ.

        ກ່ຽວກັບທິດທາງ, ໜ້າທີ່ປີ 2018, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:ຄວນສືບຕໍ່ຫັນໂຄງການ, ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ບັນດາມະຕິຂອງສູນກາງກ່ຽວກັບການກໍ່ສ້າງພັກ ແລະ ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເປັນລະອຽດ. ປີ 2018 ສືບຕໍ່ປະຕິບັດ ແລະ ຍັງມີຫລາຍວຽກງານຕ້ອງປະຕິບັດ.

        ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ຄະນະຈັດຕັັ້ງສູນກາງພັກ ຄວນຕັ້ງໜ້າ, ເປັນເຈົ້າການກະກຽມເນື້ອໃນເພືຶ່ອຍື່ນສະເໜີຕໍ່ກອງປະຊຸມສູນກາງພັກ ຄັ້ງທີ 7.

        ແລະກໍ່ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ເຊັນດຽວກັນ./.

ຕອບກັບ

ຂ່າວ/ບົດ​ອື່ນ