(vovworld) - ຕອນເຊົ້າວັນທີ 25/01, ຢູ່ຮ່າໂນ້ຍ, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດກອງປະຊຸມນັກສຶກສາລາວ ສົກຮຽນ 2011 – 2012, ເພື່ອແນໃສ່ສະຫຼຸບສົກຮຽນປີຜ່ານມາ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ມີທ່ານ ແພງພັນ ເລືອງມະນີ, ອັກຄະລັດຖະທູດ, ສະຖານທູດລາວ ປະຈຳຫວຽດນາມ, ທ່ານນາງ ທອງມີ ດວນສັກດາ, ຮອງຫ້ອງການວັດທະນະທຳ, ສຶກສາ ສະຖານທູດລາວ ປະຈຳຫວຽດນາມ, ທ່ານ ຄຳລືຊາ ນວນສະຫວັນ, ຫົວໜ້າກົມວຽກງານສຶກສາ, ກະຊວງສຶກສາ ແລະ ກິລາລາວ ແລະ ຜູ້ຕາງໜ້າບັນດາຂະແໜງການຂອງລາວ ແລະ ຫວຽດນາມ. ນີ້ແມ່ນກອງປະຊຸມທີ່ສຳຄັນສຳລັບການຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານເສດຖະກິດ, ວັດທະນະທຳ - ສຶກສາ, ວິທະຍາສາດເຕັກນິກລະຫວ່າງລັດຖະບານລາວ ແລະ ຫວຽດນາມ ເວົ້າລວມ ແລະ ແຜນການຮ່ວມມືລະຫວ່າງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ກັບກະຊວງສຶກສາ ແລະ ກິລາລາວ ເວົ້າສະເພາະ. ກ່າວຄຳເຫັນທີ່ພິທີ, ທ່ານຄຳລືຊາ ນວນສະຫວັນ, ຫົວໜ້າກົມວຽກງານສຶກສາ, ກະຊວງສຶກສາ ແລະ ກິລາລາວ ໃຫ້ຮູ້ວ່າ.
(ທ່ານຄຳລືຊາ ນວນສະຫວັນ, ຫົວໜ້າກົມວຽກງານສຶກສາ,
ກະຊວງສຶກສາ ແລະ ກິລາລາວ)
ໃນສົກຮຽນ 2011 – 2012 ຍອດຈຳນວນນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ໂຮງຮຽນຕ່າງໆຂອງຫວຽດນາມ ແມ່ນ 5,234 ຄົນ, ໃນນັ້ນມີນັກສຶກສາທີ່ຮຽນຈົບກັບເມື່ອປະເທດແມ່ນ 192 ຄົນ. ທີ່ກອງປະຊຸມນັກສຶກສາລາວ ຄັ້ງນີ້, ສະຖານທູດລາວ ໄດ້ມອບໃບຍ້ອງຍໍໃຫ້ບັນດານັກສຶກສາລາວທີ່ບັນລຸໄດ້ຜົນງານດີເດັ່ນ ຢູ່ມະຫາວິທະຍາໄລ, ສະຖາບັນຕ່າງໆຢູ່ຫວຽດນາມ.