ກອງປະຊຸມບັນດາທູດການຄ້າ, ຫົວໜ້າອົງການການຄ້າ ຂອງຫວຽດນາມ ປະຈໍາ ພາກພື້ນ ເອີຣົບ

(VOVWORLD) -ວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ ໄດ້ດໍາເນີນກອງປະຊຸມບັນດາທູດການຄ້າ, ຫົວໜ້າອົງການການຄ້າ ປະຈໍາ ເອີຣົບ.
ກອງປະຊຸມບັນດາທູດການຄ້າ, ຫົວໜ້າອົງການການຄ້າ ຂອງຫວຽດນາມ ປະຈໍາ ພາກພື້ນ ເອີຣົບ - ảnh 1ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN )

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາສະພາບການຕົວຈິງໃນປັດຈຸບັນ, ຄາດຄະເນທ່າອ່ຽງຂອງສະພາບການເສດຖະກິດ, ການຄ້າ ຢູ່ພາກພື້ນ ເອີຣົບ ແລະ ບັນດາຜົນກະທົບຕໍ່ຫວຽດນາມ, ບົນພື້ນຖານນັ້ນ ໄດ້ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບຍຸດທະສາດ, ມາດຕະການພັດທະນາຕະຫຼາດໃນພາກພື້ນ ເອີຣົບ ໃຫ້ແກ່ໄລຍະ 2019 – 2020. ບັນດາຜູ້ແທນກໍປຶກສາຫາລືກ່ຽວກັບເລື່ອງເພີ່ມທະວີວຽກງານຄົ້ນຄວ້າຕະຫຼາດ, ສ້າງບັນດາກອບການຮ່່ວມມືໃໝ່ກ່ຽວກັບຂົງເຂດເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ, ຕອບສະໜອງຄວາມຕ້ອງການຂອງພື້ນຖານເສດຖະກິດຫວຽດນາມ ໃນຍຸກສະໄໝໃໝ່, ວຽກງານຂົນຂວາຍນະໂຍບາຍ, ແກ້ໄຂຮົ້ວກີດຂວາງໃນທ້ອງຕະຫຼາດ, ເພີ່ມທະວີການສົ່ງເສີມການຄ້າຮັບໃຊ້ວິສາຫະກິດ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຮວ່າງກວັ໊ກເວື້ອງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ຮຽກຮ້ອງໃຫ້ບັນດາທູດການຄ້າ, ຫົວໜ້າອົງການການຄ້າຢູ່ພາກພື້ນ ເອີຣົບ ໃນປີ 2019 ຈົ່ງສຸມໃສ່ປະຕິບັດບັນດາຄາດໝາຍ ແລະ ໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດ, ພ້ອມທັງສຸມໃສ່ວຽກງານພັດທະນາການຕະຫຼາດ, ໜູນຊ່ວຍວິສາຫະກິດ ແລະ ເປັນເຈົ້າການຮັບມືກັບບັນດາມາດຕະການປ້ອງກັນການຄ້າ. ຖັນແຖວທູດການຄ້າ ຍາມໃດກໍຕ້ອງສະໜິດຕິດພັນກັບບັນດາສະຫະສະມາຄົມຂະແໜງສິນຄ້າ, ບັນດາວິສາຫະກິດໃຫຍ່ ຢູ່ພາຍໃນປະເທດຢ່າງແໜ້ນແຟ້ນ ເພື່ອຂຸດຄົ້ນບັນດາສັນຍາ FTA ເຊິ່ງຫວຽດນາມ ໄດ້ ແລະ ຈະລົງນາມໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ