ກອງປະຊຸມປອດອາວຸດ ນິວເຄຼຍ ອອກຖະແຫຼງ ການຮ່ວມ
(ພາບປະກອບ: Kyodo)
(vovworld) - ທີ່ວາລະອັດກອງປະຊຸມປອດອາວຸດນິວເຄຼຍ ຄັ້ງທີ 8 ດຳເນີນໃນວັນທີ 12/04, ຢູ່ນະຄອນ Hiroshima, ປະເທດຍີ່ປຸ່ນ, ບັນດາລັດຖະມົນຕີການຕ່າງປະເທດສັງກັດພັນທະມິດຂໍ້ລິເລີມປອດອາວຸດ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ໄດ້ຮັບຮອງເອົາຖະແຫຼງການຮ່ວມ Hiroshima ຮຽກຮ້ອງຈັດຕັ້ງກອງປະຊຸມສາກົນກ່ຽວກັບການປອດອາວຸດນິວເຄຼຍ, ເພື່ອໃຫ້ອາເມລິກາ, ລັດເຊຍ ແລະບັນດາປະເທດທີ່ມີອາວຸດນິວເຄຼຍເຂົ້າຮ່ວມ. ຖະແຫຼງການຮ່ວມໄດ້ກະຕຸກຊຸກຍູ້ບັນດາປະເທດມະຫາອຳນາດດ້ານອາວຸດນິວເຄຼຍເປີດເຜີຍຂອບຂະໜາດສາງສະສົມອາວຸດນິວເຄຼຍຂອງແຕ່ລະປະເທດ, ພ້ອມທັງຮຽກຮ້ອງຫຼຸດຜ່ອນຈຳນວນອາວຸດດັ່ງກ່າວ.