ກອງປະຊຸມປະຈຳປີ ທ່າກຳປັ່ນທະເລ ຫວຽດນາມ

ກອງປະຊຸມປະຈຳປີ ທ່າກຳປັ່ນທະເລ ຫວຽດນາມ - ảnh 1

(ພາບ:.ອິນ​ເຕີ​ແນັດ)​

( vovworld ) – ຕອນ​ເຊົ້າວັນ​ທີ 21/8, ຢູ່​ນະຄອນ​ດ່າ​ນັງ, ສະຫະ​ສະມາຄົມ​ທ່າ​ກຳ​ປັ່ນ​ທະ​ເລ​ຫວຽດນາມ​ ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ 2012. ປີ 2011, ປະລິມານ​ສິນຄ້າ​ສົ່ງ​ອອກ​ນຳ​ເຂົ້າຜ່ານ​ບັນດາ​ທ່າ​ກຳ​ປັ່ນ​ຂອງສະຫະ​ສະມາຄົມ​ທ່າ​ກຳ​ປັ່ນ​ທະ​ເລ​ຫວຽດນາມ​ ບັນລຸ​ປະມານ 160 ລ້ານ​ໂຕນ, ​ໃນ 6 ​ເດືອນ​ຕົ້ນປີ​ນີ້​ໄດ້​ເພີ່ມ​ຂຶ້ນ 1,5 ​ເທົ່າ​ເມື່ອ​ທຽບ​ກັບ​ໄລະ​ດຽວ​ກັນ​ຂອງ​ປີ​ 2011. ໝາກຜົນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ວິ​ສາ​ຫະກິດ​ທ່າ​ກຳ​ປັ່ນ​ທະ​ເລ​ໃນ​ທົ່ວ​ປະ​ເທດ. ທ່ານ Le Cong Minh ປະທານ ສະຫະ​ສະມາຄົມ​ທ່າ​ກຳ​ປັ່ນ​ທະ​ເລ​ຫວຽດນາມ​ ​ໃຫ້​ຮູ້​ວ່າ:

   “ສະຫະ​ສະມາຄົມ​ທ່າ​ກຳ​ປັ່ນ​ທະ​ເລ​ຫວຽດນາມ​ ມີ​ໄລຍະ​ເວລາ​ກ່ວາ 17 ​ປີ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ. ພວກ​ເຮົາ​ສ້າງ​ໄດ້​ພື້ນຖານ​ທີ່​ໜັກ​ແໜ້ນ, ​ໄລຍະ​ທີ່​ມີ​ລັກສະນະ​ບາດ​ລ້ຽວຂອງ​ປະຫວັດສາດ, ຫັນປະ​ເທດ​ຊາດ​​ເປັນ​ປະ​ເທດ​ອຸດສາຫະກຳ​ດ້ວຍ​ເສດຖະກິດ​ທະ​ເລ. ​ແຕ່​ລະສະ​ມາ​ຊິກ​ຈະ​ສະ​ແດງ​ໃຫ້​ເຫັນບົດບາດ ​ແລະ ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ“

 

 

ຂ່າວ/ບົດ​ອື່ນ