ກອງປະຊຸມຜັນຂະ ຫຍາຍໜ້າທີ່ວຽກງານ ຂະແໜງອຸດສາຫະກຳ ປີ 2012

ກອງປະຊຸມຜັນຂະ ຫຍາຍໜ້າທີ່ວຽກງານ ຂະແໜງອຸດສາຫະກຳ ປີ 2012  - ảnh 1
(ພາບ:http://nguyentandung.org/)

ວັນ​ທີ 3/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ​​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ຂະ​ແໜງ​ອຸດສາຫະກຳ​ປີ 2012. ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸ​ມ,​ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກວ່າ​ ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃນ​ປີ​ນີ້ ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍູ້​ງຍາກ, ຮັກສາ ​ແລະ ພັດທະນາ​ການຜະລິດ​ອຸດສາຫະກຳ​ຕິດ​ພັນ​ກັບ​ສ້າງ​​ໂຄງ​ປະກອບ​ຄືນ​ໃໝ່​ນັບ​ແຕ່​ຂອດຍຸດ​ທະ​ສາດ, ວາງ​ແຜນ​ກຳນົດພັດທະນາ​ວິ​ສາ​ຫະກິດ, ຂະ​ແໜງ​ຜະລິດສິນຄ້າ​ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນະພາບ ​ແລະ ການ​ແກ່ງ​ແຍ້​ງ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຕ້ອງ​ສ້າງ​ແຜນການ,​ຍຸດ​ທະ​ສາດ ຂຸດ​ຄົ້ນ​ຄວາມ​ສາມາດບົ່ມ​ຊ້ອນ, ທ່າ​​ໄດ້​ປຽບເພື່ອ​ພັດທະນາ, ​ເປັນ​ຕົ້ນແມ່ນ​ເສີມ​ຂະຫຍາຍ​ທ່າ​​ໄດ້​ປຽບກ່ຽວ​ກັບ ​ດ້ານ​ການ​ເມືອງມີສະຖຽນ​ລະ​ພາບ, ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ​ຜະລິດ​ຕະພັນກະ​ເສດ​ດ້ວຍ​​ມຸນ​ຄ່າ​ເພີ່ມ​ສູງ,​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ນຊ້ອນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ດ້ວຍ​ຈຳນວນ​ປະຊາກອນ​ເກືອບ 90 ລ້ານ​ຄົນ.​.​. ທ່ານ​ກ່ວາ​ວ່າ:

“ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຕ້ອງ​ພ້ອມ​ກັບ​ທົ່ວ​ປະ​ເທດ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ, ຮັກສາ​ລະດັບການ​ເຕີບ​ໂຕ, ພັດທະນາ​ການ​ຜະລິດ​ອຸດສາຫະກຳ​ຕິດ​ພັນ​ກັບ​ການ​ຫັນປ່ຽນ​​, ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃໝ່. ຫາກບໍ​່ແມ່ນ​ຮັກສາ​ແບບທຳ​ມະ​ດາ, ຕ້ອງ​ຮັກສາ​ການ​ຜະລິດ​​ໃຫ້ ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ໃນ​​ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ, ​ໃນ​ແຕ່ລະ​ຂະ​ແໜງ​ຜະລິດສິນ​ຄ້າ​ຂອງ​ທົ່ວ​ປະ​ເທດ​ຄືນ​ໃໝ່ ​ແລະ ພິ​ເສດ​ແມ່ນ​ໃນ​ຂະ​ແໜງ​ອຸດສາຫະກຳ, ອຸດສາຫະກຳ - ການ​ຄ້າ​ຫວຽດນາມ,​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງແກ່ງ​ແຍ້​ງຂອງ​ສິນຄ້າ”

ທ່ານ​ນາຍົກລັດຖະມົນຕີຍັງສະ​ເໜີ​ວ່າ: ພ້ອມ​ກັບ​ການ​ສຸມ​ໃສ່​ຊີ້​ນຳ​ວຽກ​ງານ​ການສົ່ງ​ອອກ - ນຳ​ເຂົ້າເປັນ​ຢ່າງ​ດີ​ໃນ​ຕົ້ນ​ປີ​ແລ້ວ, ຂະ​ແໜງ​ອຸດສາຫະກຳ - ການ​ຄ້າ​ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ຕະຫຼາດ, ຮັບປະກັນການ​ຄວບ​ຄຸມ​ລາຄາ.​​.​.​​ ​ໄປ​ຄຽງ​ຄູ​ກັນ​ນັ້ນ, ​ໃນ​ປີ 2012 ຂະ​ແໜງ​ອຸດສາຫະກຳ - ການ​ຄ້າສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ພິ​ເສດ​ແມ່ນ​ຕໍ່ສູ້​ປົກປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສິນຄ້າ​ຫວຽດນາ​ມ, ​ເຈລະຈາ​ເປີດ​ກ້ວາງ​ຕະຫຼາດຕື່ມ​ອີກ, ສ້າງ​ເງື່ອນ​ໄຂ ​ແລະ ​ແນະນຳ​ວິ​ສາ​ຫະກິດ​ຂຸດ​ຄົ້ນ​ທ່າ​​ໄດ້​ປຽບ​ຢູ່​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຫຼາຍ​ຝ່າຍ ​ແລະ 2 ຝ່າ​ຍ​ເຊິ່ງຫວຽດນາມ​ໄດ້​ລົງ​ນາມ​.

ຂ່າວ/ບົດ​ອື່ນ