ກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດອາຊຽນຄັ້ງທີ9
ກອງປະຊຸມຜູ້ບັນຊາການກອງທັບເຮືອ
ບັນດາປະເທດອາຊຽນຄັ້ງທີ 9
(ພາບ: thanhnien.com.vn)
(vovworld) – ໃນລະຫວ່າງວັນທີ 19 – 22/08, ພົນເຮືອໂທ ຟ້າມຮ່ວາຍນາມ, ຜູ້ບັນຊາການກອງທັບເຮືອຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດອາຊຽນ ຄັ້ງທີ 9, ໂດຍກອງທັບເຮືອມຽນມາ ເປັນເຈົ້າພາບຈັດຕັ້ງ ຢູ່ນະຄອນຫຼວງຂອງປະເທດນີ້. ທີ່ອງປະຊຸມ, ພົນເຮືອໂທ ປະເທດຕ່າງໆ ໄດ້ແລກປ່ຽນທັດສະນະກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມກຳລັງກອງທັບເຮືອບັນດາປະເທດອາຊຽນ ເພື່ອຄວາມປອດໄພທາງທະເລຢູ່ພາກພື້ນ” ແລະ ປຶກສາຫາລື, ຮັບຮອງເອົາບັນດາເອກະສານສຳຄັນ, ກຳນົດທິດໃຫ້ການຮ່ວມມືລະຫວ່າງກອງທັບເຮືອບັນດາປະເທດອາຊຽນ ຄື: ກົດລະບຽບໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດຂອງກອງທັບເຮືອບັນດາປະເທດອາຊຽນ; ກົດລະບຽບຊ້ອມຮົບກອງທັບເຮືອບັນດາປະເທດອາຊຽນ; ລາດຕາເວນລວມຕ້ານປຸນສະດົມທາງທະເລ ແລະ ໂຈນສະລັກປະກອບອາວຸດ… ກ່ອນທີ່ກຳເນີນກອງປະຊຸມ, ຜູ້ບັນຊາການກອງທັບເຮືອບັນດາປະເທດອາຊຽນ ໄດ້ມີການພົບປະຄັ້ງຕ່າງໆ 2 ຝ່າຍ. ຜູ້ບັນຊາການກອງທັບເຮືອຫວຽດນາມ ຟ້າມຮ່ວາຍນາມ ໄດ້ພົບປະ ແລະ ແລກປ່ຽນບາງເນື້ອໃນສຳຄັນກັບຜູ້ບັນຊາການກອງທັບເຮືອບັນດາປະເທດຄື: ມຽນມາ, ບຣຸໄນ, ກຳປູເຈຍ, ມາເລເຊຍ, ຟີລິບປີນ, ສິງຄະໂປ ແລະ ໄທ.