(vovworld) - ຕອນເຊົ້າວັນທີ 16/05, ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຜ່ານເຄືອຂ່າຍອີນເຕີແນັດສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງຊຸດທີ 11 ກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ແລະ ຜັນຂະຫຍາຍຄຳສັ່ງໃໝ່ຂອງກົມການເມືອງ. ເຂົ້າຮ່ວມກອງປະຊຸມມີທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ຜູ້ແທນກວ່າ 6.000 ຄົນເຂົ້າຮ່ວມກອງປະຊຸມ. ທ່ານ ດິງເທີຮີນ, ຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ໄດ້ເປັນປະທານກອງປະຊຸມ. ກອງປະຊຸມດຳເນີນຜ່ານເຄືອຂ່າຍອີນເຕີແນັດເຊື່ອມຕໍ່ 63 ແຂວງ, ນະຄອນໃນທົ່ວປະເທດ.
ສະເໜີບົດລາຍງານ 5 ປີແຫ່ງການຜັນຂະຫຍາຍຄຳສັ່ງເລກທີ 03 ກ່ຽວກັບການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ທ່ານ ວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ.
“ໃນໄລຍະ 5 ປີຜ່ານມາ, ການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປີດກວ້າງການພົວພັນກັບຕ່າງປະເທດ, ກໍ່ສ້າງພັກ ແລະ ລະບົບການເມືອງ. ສະກັດກັ້ນສະພາບຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ ເທື່ອລະກ້າວ, ໂດຍສະເພາະແມ່ນການຮໍ່າຮຽນ ໄດ້ເຂົ້າສູ່ລະບຽບການ, ແທດຈິງກວ່າ, ຈຳກັດບັນດາປະກົດການເປັນຮູບການເທື່ອລະກ້າວ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງເທີຮີນ, ຜູ້ປະຈຳການຄະນະເລຂາສູນກາງພັກ ສະເໜີສືບຕໍ່ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ, ສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄວາມຮັບຮູ້ ແລະ ການກະທຳໃນພັກ, ລະບົບການເມືອງ ແລະ ປະຊາຊົນຢ່າງແຮງ. ທ່ານ ດິງເທີຮີນ ຊີ້ແຈ້ງວ່າ.
“ສືບຕໍ່ເຮັດໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ມີຄວາມຮັບຮູ້ບັນດາເນື້ອໃນພື້ນຖານ ແລະ ຄຸນຄ່າໃຫຍ່ຫຼວງຂອງແນວຄິດ, ຄຸນສົມບັດ, ແບບແຜນຂອງປະທານໂຮ່ຈິມິນ ນັບມື້ນັບເລິກເຊິ່ງ, ກວ້າງຂວາງກວ່າ, ເພື່ອກາຍເປັນພື້ນຖານທາງດ້ານຈິດໃຈຂອງຊີວິດສັງຄົມຢ່າງໝັ້ນຄົງ, ສ້າງວັດທະນະທຳ, ຊາວຫວຽດນາມ ໃຫ້ຕອບສະໜອງຄວາມຮຽກຮ້ອງພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະຊາຊາດຢ່າງໝັ້ນຄົງ, ເພື່ອຈຸດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.
ກອງປະຊຸມກໍ່ຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນເປັນແບບຢ່າງທີ່ດີເດັ່ນ, ມີຜົນງານຫຼາຍຢ່າງໃນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ.