ກອງປະຊຸມພະນັກງານທົ່ວປະເທດວຽກງານຈັດຕັ້ງ,ກໍ່ສ້າງພັກປີ2015

ກອງປະຊຸມພະນັກງານທົ່ວປະເທດວຽກງານຈັດຕັ້ງ,ກໍ່ສ້າງພັກປີ2015 - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ:nguoiduatin.vn
(vovworld)- ກອງ​ປະ​ຊຸມ ພະ​ນັກ​ງານ​ທົ່ວ​ປະ​ເທດ​ວຽກ​ງານ​ຈັດ​ຕັ້ງ,ກໍ່​ສ້າງ​ພັກ​ປີ2015 ດ​ຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 29/1 ຢູ່ ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່​ວມ​ຂອງ​ຜູ້​ແທນ 450 ຄົນ. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ຖືກຈັດ​ຂຶ້ນ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂ​ອງ​ພັກ. ທ່ານ​ຫງວຽນ​ຟູ​ຈ້ອງ, ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ເຂົ້າ​ຮ່ວມ ແລະ ຊີ້​ນຳ​ກອງ​ປະ​ຊຸມ. ຕາມ​ແຜນ​ການ​ແລ້ວ, ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ໃນ​ວຽກ​ງານ​ຈັດ​ຕັ້ງ​ການກໍ່​ສ້າງ​ພັກ, ເປັນ​ເສ​ນາ​ທິ​ການ​ຊ່ວຍ​ກົມ​ການ​ເມືອງ, ຄະ​ນ​ະ​ເລ​ຂາສູນ​ກາງ​ພັກ, ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ ກະ​ກຽມ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້​ນ, ກ້າວ​ໄປ​ເຖິງກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

 

ຂ່າວ/ບົດ​ອື່ນ