ກອງປະຊຸມລັດຖະມົນຕີຄັ້ງທີ6ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດAPEC

ກອງປະຊຸມລັດຖະມົນຕີຄັ້ງທີ6ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດAPEC - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​​ເຕີນ​ຢູງ ກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:nhanh.net.vn


(vovworld)- ດ້ວຍ​ຫົວ​ເລື່ອງ “​ເພີ່ມ​ທະວີ​ຄຸນ​ນະພາ​ບວຽກ​​ເຮັດ​ງານ​ທຳ ​ແລະ ​ເຊື່ອມ​ຕໍ່​ມະນຸດ ຜ່ານ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ”, ກອງ​ປະຊຸມ ລັດຖະ​ມົນຕີ APEC ຄັ້ງ​ທີ 6 ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/9 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກວ່າ 100 ຄົນ ຊື່​ງ​ແມ່ນ​ບັນດາ​ທ່ານ​ລັດຖະມົນຕີ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ໃຫ້​ແກ່ 20 ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ APEC, ຄະນະ​ເລຂາ​ອາ​ຊຽນ,​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ທ່າ​ອ່ຽງ​ໂລກາ​ພິວັດ ​ແລະ ຫັນ​ເປັນ​ເສລີ​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງຂວາງ, ບັນດາ​ຮູບ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ຫລາຍ​ຮູບ​ຫລາຍ​ແບບ ​ພວມ​ສ້າງ​ຫລາຍ​ກາລະ​ໂອກາດ​ໃຫມ່, ​ແຕ່​ກໍ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃຫມ່​ໃຫ້​ແກ່​ໂລກ​ເວົ້າ​ລວມ ​ແລະ APEC ​ເວົ້າ​ສະ​ເພາະ. ດ້ວຍ​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ຂອງ​ຕົນ, APEC ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ​ກວ່າ​ອີກ, ​ແບ່ງປັນ​ບົດ​ຮຽນ, ​ເປັນ​ຕົ້ນ​​ໃນ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ.”

ຂ່າວ/ບົດ​ອື່ນ