ກອງປະຊຸມວິທະຍາສາດແລະເຕັກໂນໂລຊີນິວເຄຼຍທົ່ວປະເທດຄັ້ງທີ11

ກອງປະຊຸມວິທະຍາສາດແລະເຕັກໂນໂລຊີນິວເຄຼຍທົ່ວປະເທດຄັ້ງທີ11 - ảnh 1

ກອງ​ປະຊຸມ​ວິທະຍາສາດແລະເຕັກ​ໂນ​ໂລ​ຊີ​ດ້ານນິວ​ເຄຼຍທົ່ວ​ປະ​ເທດ​ຄັ້ງ​ທີ 11
(ພາບ: qdnd.vn)

(vovworld) - ນັກ​ຄົ້ນຄວ້າ​ວິທະຍາສາດ ​ແລະ ໜູນ​ໃຊ້​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ດ້ານນິວ​ເຄຼຍ​ແຖວ​ໜ້າ ຫວຽດນາມ ​ແລະ ບາງ​ປະ​ເທດທີ່​ມີ​ພື້ນຖານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານນິວ​ເຄຼຍກ້າວໜ້າ ກ່ວາ 350 ທ່ານ ​ໄດ້​ເຂົ້າ​ຮ່ວມ “ກອງ​ປະຊຸມ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ດ້ານນິວ​ເຄຼຍທົ່ວ​ປະ​ເທດ​ຄັ້ງ​ທີ 11” ດຳ​ເນີນ​ໃນ 3 ວັນ (ລະຫວ່າງ​ວັນ​ທີ 5 – 7/8) ຢູ່ ດ່າ​ໜັງ. ກອງ​ປະຊຸມ​ຄັ້ງ​ທີ 11 ດັ່ງກ່າວ ຈະ​ປະກອບ​ສ່ວນ​ກຳນົດ​ທິດ​ກໍ່ສ້າງ, ຜັນ​ຂະຫຍາຍ​ໂຄງການ, ​ແຜນການ​ຄົ້ນຄວ້າ​ວິທະຍາສາດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ດ້ານ​ນິວ​ເຄຼຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ເພີ່ມ​ທະວີ​ເປີດ​ກ​້ວາງ​ການ​ພົວພັນ​ຮ່ວມ​ມື​ເຂົ້າ​ກັບ​ສາກົນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຈີ່ນ​ວ໋ຽດ​ແທງ ​ໃຫ້​ຮູ້​ວ່າ:

        “ ໜ້າ​ທີ່​ປະຈຸ​ບັນ​ໄດ້​ວາງ​ອອກໃຫ້ຂະ​ແໜງ​ພະລັງງານ​ປະລະມານູ ຫວຽດນາມ, ​ໃນ​ນັ້ນ​ມີໜ້າ​ທີ່​ພັດທະນາ​ກຳລັງ​ແຮງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດ້ານ​ນິວ​ເຄຼຍ​ແຫ່ງ​ຊາດ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ຖັນ​ແຖວ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ​ເຕັກ​ໂນ​ໂລ​ຊີພວມ​ເຄື່ອນ​ໄຫວ​ໃນ​ທຸກ​ຂົງ​ເຂດ​ ບຳລຸງ​ສ້າງ, ຄົ້ນຄວ້າ, ພັດທະນາ ​ແລະ ໜູນ​ໃຊ້​ພະລັງງານ​ປະລະມານູ ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາປັດ​ໃຈ​ມີ​ລັກ​ສະ​ນະຕັດສິນ​ຊີ້​ຂາດ”

 

ຂ່າວ/ບົດ​ອື່ນ