(vovworld) - ວັນທີ 25/11, ຄະນະກຳມະການປະຊາຊົນແຂວງ ຈ່າວິງ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍ່ໃນຂອບເຂດງານບຸນ Ok om bok ປີ 2012. ເຂົ້າຮ່ວມກອງປະຊຸມມີຜູ້ແທນ 120 ທ່ານ ເປັນການນຳແຂວງຈ່າວິງ, ບັນດານັກລົງທຶນ, ນັກດຳເນີນທຸລະກິດ ທີ່ມາຈາກ 12 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳແດງ, ທາງທິດຕາເວັນອອກພາກໃຕ້ ແລະ ນະຄອນໂຮ່ຈິມິນ. ແຂວງຈ່າວິງ ໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງນັກລົງທຶນ; ແນະນຳກ່ຽວກັບຍຸດທະສາດພັດທະນາເສດຖະກິດສັງຄົມ ຂອງແຂວງຮອດປີ 2020 ແລະ ວິໄສທັດຮອດປີ 2030, ບັນດາຄວາມສາມາດບົ່ມຊ້ອນ; ຍົກອອກບັນດານະໂຍບາຍໃຫ້ບຸລິມະສິດ ແລະ ກຳນົດທິດດຶງດູດການລົງທຶນ ສ້າງກຳລັງເຕີບໂຕເສດຖະກິດຂອງແຂວງ. ສິ້ນສຸດກອງປະຊຸມ, ມີໃບຮັບຮ້ອງການລົງທຶນ 4 ໃບ ຖືກມອບໃຫ້ບັນດານັກລົງທຶນ, ດ້ວຍຈຳນວນທຶນເກືອບ 725 ຕື້ດົງ.