ກອງປະຊຸມສົ່ງເສີມການລົງທຶນຂອງສະມາຄົມນັກທຸລະກິດໜຸ່ມຫວຽດນາມ

ກອງປະຊຸມສົ່ງເສີມການລົງທຶນຂອງສະມາຄົມນັກທຸລະກິດໜຸ່ມຫວຽດນາມ - ảnh 1
ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ຫວຽດນາມ
(ພາບ: baoquangngai.com.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 05/01, ຢູ່​ແຂວງ ກວາງ​ງ້າຍ, ສະມາຄົມ​ນັກທຸລະກິດ​ໜຸ່ມ ​ໄດ້​ຈັດ​ການ​ພົບ​ປະສັງ​ສັນ ​ແລະ ກອງ​ປະຊຸມສົ່ງ​ເສີມ​ການ​ລົງທຶນ​ຢູ່​ແຂວງ ກວາງ​ງ້າຍ. ທ່ານ​ເລຂາ​ສູນ​ກາງ​ຄະນະຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ ຟານ​ວັນ​ໝາຍ, ການ​ນຳ​ແຂວງ ກວາງ​ງ້າຍ ​ແລະ ນັກ​ທຸ​ງະ​ກິດ​ໜຸ່ມ​​ໃນທົ່ວ​ປະ​ເທດ​ ບັນດາ​ນັກ​ລົງທຶນ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ຈຳນວນກວ່າ 100 ຄົນໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ການ​ນຳ​ແຂວງ ກວາງ​ງ້າຍ ​ໄດ້​ແນະນຳ​ກ່ຽວ​ກັບ​ຄວາມ​ສາມາດ​ບົມຊ້ອນ​ພັດທະນາ​ອຸດສາຫະກຳ​ຂອງ​ແຂວງ; ພິ​ເສດ​ແມ່ນ​ເຂດ​ເສດຖະກິດ ຢຸງກວ໋ດ, ສະຖານ​ທີ່​ມີ​ໂຮງງານ​ກັນ​ນ້ຳມັນ​ທຳ​ອິດ​ຂອງ​ຫວຽດນາມ ​ແລະ ບາງ​ໂຄງການ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ທີ່​ພວມ​ເຄື່ອນ​ໄຫວ. ມາ​ຮອດ​ປະຈຸ​ບັນ, ​ແຂວງ ກວາງງ້າຍ ​ໄດ້​ດຶງ​ດູດ​ກວ່າ 200 ​ໂຄງການ​ລົງທຶນ, ​ໃນ​ນັ້ນ​ມີ 22 ໂຄງການ​ທີ່​ມີ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ. ທ່ານ ​ເຈີ່ນ​ບ໋າ​ນາມ, ຫົວໜ້າ​ສູນ​ສົ່ງ​ເສີມ​ການ​ລົງທຶນ​ແຂວງ​ກວາງ​ຫ້ງາຍ ​ໃຫ້​ຮູ້​ວ່າ.

        “ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ໂຄສະນາ​ກ່ຽວ​ກັບ​ພາບ​ພົດ, ຄວາມ​ສາມາດ​ບົມຊ້ອນ, ທ່າ​ແຮງ​ຂອງ​ແຂ​ວງກວາງ​ງ້າ​ຍ. ຈາກ​ນັ້ນ​ຮຽກຮ້ອງ​​ໃຫ້ນັກທຸລະກິດ​ໜຸ່ມ​ຫວຽດນາມ ກັບ​ເມືອ​ລົງທຶນ​ຢູ່​ແຂວງ​ກວາງ​ງ້າຍ. ​ແລະ ຜ່ານ​ກ​ອງປະຊຸມ​ຄັ້ງ​ນີ້, ​ແຂວງ​ກໍ່​ປາດ​ຖະໜາ​ວ່າ​ຈະ​ມີ​ບາງ​ວິ​ສາ​ຫະກິດ​ຂອງ​ທົ່ວ​ປະ​ເທດ​ເຫັນ​ໄດ້​ທ່າ​ແຮງ, ຄວາມ​ສາມາດ​ບົມຊ​້ອນນັ້ນ ​ເພື່ອ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ