ກອງ​ປະ​ຊຸມສຸດຍອດ ອາ​ຊ​ຽນ ຄັ້ງ​ທີ 36 ຈະ​ດຳ​ເນີນ​ຜ່ານ​ທາງອອນ​ລາຍ

(VOVWORLD) -ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຖືກຈະດຳເນີນໃນວັນທີ 26 ມິຖຸນາ ຈະມາເຖິງ ຜ່ານທາງອອນລາຍ. ດ້ວຍບົດບາດເປັນປະທານ ອາຊຽນ ປີ 2020, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານວາລະໄຂກອງປະຊຸມ, ກອງປະຊຸມຄົບຄະນະ, ບັນດາວາລະປະຊຸມພິເສດກ່ຽວກັບການເພີ່ມສິດອຳນາດໃຫ້ແມ່ຍິງໃນຍຸກດີຈີຕອນ; ການເຈລະຈາລະຫວ່າງການນຳຂອງບັນດາປະເທດ ອາຊຽນ ກັບສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA), ຜູ້ຕາງໜ້າຊາວໜຸ່ມ ອາຊຽນ, ສະພາທີ່ປຶກສາທຸລະກິດ ອາຊຽນ (ASEAN-BAC).

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ເປັນປະທານ AIPA 41 ຕາງໜ້າໃຫ້ ຫວຽດນາມ ໄດ້ກ່າວຄຳເຫັນຢູ່ວາລະປະຊຸມພິເສດກ່ຽວກັບການເພີ່ມສິດອຳນາດໃຫ້ແມ່ຍິງໃນຍຸກດີຈີຕອນ ແລະ ພ້ອມກັບທ່ານນາງ ຕ່ອງທິຟ້ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຫວຽດນາມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ AIPA ເຂົ້າຮ່ວມການເຈລະຈາລະຫວ່າງການນຳຂອງ ອາຊຽນ ແລະ AIPA.

ກ່ອນນັ້ນ, ໃນລະຫວ່າງວັນທີ 22-24 ມິຖຸນາ, ແມ່ນດຳເນີນບັນດາກອງປະຊຸມຈັດກຽມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເປັນປະທານບັນດາກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງການ, ສະມັດຊາປະສານງານ ອາຊຽນ ຄັ້ງທີ 21. ທ່ານ ເຈິ່ນຕ໊ວນແອັງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານໃນພາກພື້ນ (RCEP). ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມເປັນປະທານກອງປະຊຸມສະມັດຊາປະຊາຄົມວັດທະນາທຳ-ສັງຄົມ ອາຊຽນ ຄັ້ງທີ 23.

ຕອບກັບ

ຂ່າວ/ບົດ​ອື່ນ