ກອງປະຊຸມສຸດຍອດຄູ່ຮ່ວມມືທົ່ວໂລກ ຄັ້ງທີ 19 ຢູ່ອິນເດຍ

ກອງປະຊຸມສຸດຍອດຄູ່ຮ່ວມມືທົ່ວໂລກ ຄັ້ງທີ 19 ຢູ່ອິນເດຍ - ảnh 1

(ພາບປະກອບ: vietnamplus.vn)

(vovworld): ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຄັ້ງທີ 19 ພວ​ມດຳ​ເນີນ​ໄປຢູ່​ນະຄອນ Agra Utta Pradesh ປະ​ເທດອິນ​ເດຍ ​ແຕ່​ວັນ​ທີ 27-29/1. ດ້ວຍ​ຫົວ​ເລື່ອງ “ບັນດາ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ“, ກອງ​ປະຊຸມ​ສຸມ​ໃສ່​ແລກປ່ຽນ​ຄຳ​ເຫັນ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ອັນ​ຮີ​ບດ່ວນ​ທີ່​ສຸດ​ສຳລັບ​ໂລກ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ M.Hamid Ansari ​ເນັ້ນໜັກ​ວ່າ ຫວ່າງ​ມໍ່ໆ​ມານີ້, ບັນດາ​ຄູ່​ຮ່ວມ​ມື​ຄື G20 (ຊື່​ງ​ແມ່ນ​ກຸ່ມ​ກວມ​ເອົາ 2/3 ຈຳນວນປະຊາກອນ​ໂລກ, 90% GDP ​ແລະ 80% ມຸນ​ຄ່າການ​ຄ້າ​ທົ່ວ​ໂລກ) ​ໄດ້​ຜັນ​ຂະຫຍາຍ​ຄູ່ຮ່ວ​ມມື​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ (RCEP) ​ແລະ ກຸ່ມ 16 ປະ​ເທດ, ​ໃນ​ນັ້ນມີ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຈະ​ຢືນຢັນ​ຄືນ​ໃໝ່​ບັນດາ​ບັນຫາ​ຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ຕະຫຼາດ​ໂລກ​ຈະ​ປ່ຽນ​ແປງ ​ໂດຍ​ມີ​ການ​ສ້າງຕັ້ງຂຶ້ນ​ຂອງ​ບັນດາ​ກຸ່ມ​ການ​ຄ້າ​ໃໝ່, ສະນັ້ນ, ບັນດາຕະຫຼາດ, ​ບໍລິສັດຕ້ອງ​ມີ​ການ​ພັດທະນາ​ດ້ວຍ​ຕົນ​ເອງ​ເພື່ອ​ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ໃໝ່…ທ່ານ​ຮອງ​ປະທານາທິບໍດີ​ອິນ​ເດຍ ຕີ​ລາຄາວ່າ: ​ເສດຖະກິດ​ປະ​ເທດ​ນີ້ ຈະ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ ​ແຕ່​ບັນດາ​ມາດ​ຕະການ​ກະຕຸກ​ຊຸກຍູ້​ເສດຖະກິດ ​ແລະ ມາດ​ຕະການ​ອື່ນໆ ສົມທົບ​ກັບ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ຢ່າງ​ແຮງ ​ໄດ້​ປະກອບສ່ວນ​ຈຳກັດ​ລະດັບ​ການ​ກະ​ທົບ​ໄດ້.
ຂ່າວ/ບົດ​ອື່ນ