ກອງປະຊຸມສາກົນກ່ຽວກັບພະຍາດ AIDS ຢູ່ Paris

(VOVWORLD) - ໃນວັນທີ 23/7, ກອງປະຊຸມສາກົນກ່ຽວກັບ HIV / AIDS ໄຂຂຶ້ນ ຢູ່ນະຄອນຫຼວງ Paris ປະເທດ ຟະລັງ. 
ກອງປະຊຸມສາກົນກ່ຽວກັບພະຍາດ AIDS ຢູ່ Paris - ảnh 1 ກອງປະຊຸມສາກົນກ່ຽວກັບພະຍາດ AIDS ຢູ່ Paris (ພາບ: TTXVN)

ໃນກອງປະຊຸມເປັນເວລາ 4 ວັນນີ້ໄດ້ມີນັກຊ່ຽວຊານສາທາລະນະສຸກ, ນັກຊ່ຽວຊານພູມຄຸ້ມກັນພະຍາດວິທະຍາສາດ ແລະ ສືບພັນວິທະຍາສາດປະມານ 6.000 ຄົນທີ່ໄດ້ຄົ້ນຄວ້າກ່ຽວກັບພະຍາດ  HIV / AIDS. ນີ້ແມ່ນໂອກາດເພື່ອສະຫຼຸກບັນດາຄວາມກວ້າໜ້າດ້ານວິທະຍາສາດນັບແຕ່ການສົ່ງເສີມສຸຂະພາບ, ປິນປົວພະຍາດ ຕະຫຼອດຮອດກາລະໂອກາດສະໜອງຢຸກຢາໃຫ້ຄົນເຈັບທີ່ທຸກຍາກ. ກ່ອນທີ່ໄຂຂຶ້ນກອງປະຊຸມ, ຄະນະຈັດຕັ້ງໄດ້ປະກາດ “ຖະແຫຼງການ Paris” ສະແດງຄວາມວິຕົກກັງລົນຕໍ່ເລື່ອງ ອາເມລິກາຫຼຸດຜ່ອນ 2/3 ງົບປະມານໃຫ້ແກ່ລາຍການປ້ອງກັນ, ຕ້ານ HIV / AIDS ຂອງ ສະຫະປະຊາຊາດ, ພ້ອມທັງກ່າວເຕືອນວ່າ HIV ຈະບໍ່ຖືກດັບສູນຖ້າຫາກບໍ່ມີການຄົ້ນຄ້ວາ.

ຕາມຕົວເລກສະຖິຕິຂອງສະຫະປະຊາຊາດ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດ AIDS ໃນປີ 2016 ແມ່ນ 1 ລ້ານຄົນ, ຫຼຸດຜ່ອນເກືອບເຄິ່ງໜຶ່ງເມື່ອທຽບໃສ່ຈຳນວນ 1.9 ລ້ານຄົນທີ່ເສຍຊີວິດໃນປີ 2005. ນີ້ແມ່ນເທື່ອທຳອິດທີ່ສະຫະປະຊາຊາດໄດ້ຮັບຮອງມະຫາໂລກລະບາດ HIV / AIDS ໄດ້ຮັບການຄວບຄຸມ

ຕອບກັບ

ຂ່າວ/ບົດ​ອື່ນ