ກອງປະຊຸມສຳມະນາ ສົ່ງເສີມການຄ້າ ແລະການລົງທຶນ

   ການ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ວ່າ “​ເພິ່ມທະວີ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສົ່ງ​ເສີມ​ດ້ານການ​ຄ້າ ​ແລະ ສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ອຸດສາຫະກຳ”, ​ໂດຍ​ກະຊວງ​ອຸດສາຫະກຳ - ການ​ຄ້າ​ຈັດ​ຕັ້ງຂຶ້ນ, ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 19/12 ຢູ່​ຮ່າ​ໂນ້ຍ. ​ໃນ​ຊຸມ​ປີຜ່ານມາ,​ໂຄງການ​ສົ່ງ​ເສີມ​ດ້ານການ​ຄ້າ​ແຫ່ງ​ຊາດ​ໄດ້​ປະກອບສ່ວນ​​ເຮັດ​ໃຫ້ການ​ສົ່ງອອກ​ຂອງ​ຫວຽດນາມ​ເຕີບ​ໂຕ. ຕາມ​ທ່ານ ດາວ​ເຈີ​ນ​ເຍີນ​, ອຸປະ​ທູດຫວຽດນາມປະຈຳ ອາ​ເມ​ລິ​ກາແລ້ວ, ການ​ເຄື່ອນ​ໄຫວ​ສົ່ງ​ເສີມດ້ານ​ການ​ຄ້າ​ຂອງ​ຫວຽ​ດນາມ​ເວົ້າ​ລວມ ​ແລະ ຢູ່​ຕະຫລາດ ອາ​ເມ​ລິ​ກາ​ເວົ້າ​ສະ​ເພາະ​ໃນ​ໄລຍະ​ທີ່​ຜ່ານ​ມາ​​ບັນລຸ​ປະສິດທິ​ຜົນ​ແຕ່​ຍັງ​ບໍ່​ທັນ​​ໜູນ​ໃຊ້​ບັນດາ​ກາລະ​ໂອກາດ​ສົ່ງ​ອອກ ​ແລະ ດຶງ​ດູດ​ການ​ລົງທຶນ​ໄດ້​ໝົດ​ເທື່ອ. ທ່ານດາວ​ເຈີ​ນ​ເຍີນ​ເວົ້າວ່າ:  “ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ແມ່ນ​ຂາດ​ຂໍ້​ມູນ​ຂ່າວສານ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ: ມີ​ຫລາຍກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​​ໃຫ້​ແກ່ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​​ແຕ່​ພັດຖືກ​​ເສຍໂອກາດ​ໄປ ຍ້ອນ​ວ່າບັນດາ​ຂໍ້​ມູນ​ຂ່າວ​ທາງອິນ​ເຕີ​ເນັດ​ຂອງ​ຫວຽດນາມບໍ່​ຄົບ​ຖ້ວນ. ພວກ​ຂ້າພະ​ເຈົ້າຄິດ​ວ່າ, ກົ​ມສົ່ງ​ເສີມ​ດ້ານການ​ຄ້າ​ຄວນ​ຍົກ​ສູງ​ປະສິດທິພາບ​ວຽກ​ງານ​ຂອງ​ສູນ​ໜູນ​ຊ່ວຍ​ການສົ່ງ​ອອກ ​ເພື່ອ​ສາມາດ​ຕິດ​ພັນ​ກັບ​ບັນດາ​ອົງການ​ການ​ຄ້າ​ໃນ​ໂລກ. ​ເພື່ອ​ໃຫ້​ທຸກກາລະ​ໂອກາດ​, ຈາກ​ຕະຫຼາດ​ໃດໆ​ທີ່ສົ່ງ​ມາຍັງສູນ​ດັ່ງກ່າວ​ລ້ວນ​ແຕ່​ສາມາດ​ປະກົດ​ຜົນ​ເປັນ​ຈິງ”.

ຂ່າວ/ບົດ​ອື່ນ