ກອງປະຊຸມສຳມະນາ “ຫວຽດນາມ: ປ່ຽນໃໝ່ - ພັດທະນາ - ເຊື່ອມໂຍງ” ຢູ່ໂປໂລຍ
(ພາບປະກອບ)
(vovworld) - ມະຫາວິທະຍາໄລ Almamer ຢູ່ນະຄອນຫຼວງ Warszawa ຂອງໂປໂລຍ ຫາກໍຈັດພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງສະຖາບັນວິທະຍາສາດ ແລະ ວັດທະນະທຳຫວຽດນາມ ຢູ່ໂປໂລຍ ແລະ ກອງປະຊຸມສຳມະນາ “ຫວຽດນາມ: ປ່ຽນໃໝ່ - ພັດທະນາ - ເຊື່ອມໂຍງ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ຕີລາຄາສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ພາຍຫຼັງໄລຍະ 30 ປີແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນແງ່ຫວັງພາຍຫຼັງສິ້ນສຸດການເຈລະຈາສັນຍາການຄ້າເສລີຫວຽດນາມ - EU (EVFTA), ສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ແລະ ເລື່ອງສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015. ບັນດາຜູ້ແທນໄດ້ໄຈ້ແຍກການພົວພັນລະຫວ່າງຫວຽດນາມ - ໂປໂລຍ ໃນສະພາບການພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ, ໃນນັ້ນມີບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ກ່ຽວກັບການເຊື່ອມໂຍງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໂປໂລຍ ນັບມື້ນັບເລິກເຊິ່ງໃນໄລຍະຜ່ານມາ. ຢູ່ນອກກອງປະຊຸມສຳມະນາ, ຄະນະຈັດຕັ້ງກໍສະໜອງໃຫ້ບັນດາຜູ້ແທນປື້ມ, ເອກະສານກ່ຽວກັບສະພາບພັດທະນາເສດຖະກິດຂອງຫວຽດນາມ, ບົດບາດຂອງຫວຽດນາມ ໃນອາຊຽນ, ສະພາບການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ແລະ ອະທິປະໄຕຂອງຫວຽດນາມ ຢູ່ບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.