ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຍີ່ປຸ່ນ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຍີ່ປຸ່ນ - ảnh 1
ເກາະທຽມໂດຍຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ
(ພາບ: Reuters)

 (vovworld) - ​ໃນ​ລະຫວ່າງ​ວັນ​ທີ 22-23/7, ສູນ​ຄົ້ນ​ຄ້ວາ​ນະ​ໂຍບາຍ​ສາກົນ​ຂຶ້ນ​ກັບມະຫາວິທະຍາ​ໄລ Meiji (ຍີ່ປຸ່ນ) ​ໄດ້​ເປັນ​ປະທານ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ​່າ: “ຊຸກຍູ້​ການ​ຮ່ວມ​ມື​ສາກົນ ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ອາຊີ”, ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງກັນ ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ວັນ​ເຮັດ​ວຽກ​ທຳ​ອິດ, ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ຜູ້​ແທນ​ເກືອບ 200 ຄົນ​ເຂົ້າ​ຮ່ວມ, ດ້ວຍ​ບົດ​ທາ​ບທາມ​ຄວາມ​ເຫັນ 11 ບົດ, ບັນດາ​ນັກ​ປາຖະກະຖາແມ່ນ​ບັນດາ​ອະດີດ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ, ບັນດາ​ ​ສາດສະດາຈານຢູ່​ບັນດາ​ມະຫາວິທະຍາ​​ໄລ, ບັນດາ​ສູນ​ຄົ້ນ​ຄ້ວາ​ແຖວ​ໜ້າ​ຂອງ​ຍີ່ປຸ່ນ, ອາ​ເມ​ລິ​ກາ, ຫວຽດນາມ, ​ໄຕ​ຫວັນ (ຈີນ) ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ສະພາບ​ໃໝ່​ທີ່​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​​ ແຜ​ນນະ​ໂຍບາຍ, ນະ​ໂຍບາຍຂອງ​ບັນດາ​ປະ​ເທດ, ​ເຂດ​​ແຄ້ວ​ນທີ່​ກ່ຽວຂ້ອງ​ໂດຍ​ກົງ ​ແລະ ທາງ​ອ້ອມ​ເຖິງຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ແນະນຳ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ທະ​ເລສຳຄັນຂອງ​ພາກ​ພື້ນ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ