ກອງປະຊຸມສຳມະນາ“ຈາກອິນດູຈີນຫົວເມືອງຂຶ້ນຫວຽດນາມໃນປະຈຸບັນ”ຢູ່ປາຣີ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ເຢືອງຈີ໋ຢູ້ງ ກ່າວຄຳເຫັນໄຂກອງປະຊຸມສຳມະນາ
(vovworld) – ກອງປະຊຸມສຳມະນາ “ຈາກອິນດູຈີນຫົວເມືອງຂຶ້ນຫວຽດນາມໃນປະຈຸບັນ” ຖືກຈັດຂຶ້ນແຕ່ວັນທີ 20 – 23/3 ຢູ່ ປາຣີ, ປະເທດ ຝຣັ່ງ, ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຝຣັ່ງ ແລະ ຕອບສະໜອງປີ ຫວຽດນາມ ຢູ່ ຝຣັ່ງ 2014.
ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນຮູ້ທີ່ມາຈາກບັນດາສະຖາບັນ ແລະ ມະຫາວິທະຍາໄລທີ່ດີເດັ່ນຂອງ ຝຣັ່ງ ພ້ອມກັບຫຼາຍປະເທດໃນໂລກເປັນຈຳນວນຫຼວງຫຼາຍ. ບົດປະກອບຄວາມເຫັນ 60 ບົດໃນ 3 ວັນດຳເນີນກອງປະຊຸມສຳມະນາໄດ້ເຕື້ອງເຖິງຫຼາຍບັນຫາຂອງສັງຄົມ ຫວຽດນາມ ໃນກ່ວາ 150 ປີຜ່ານມາ, ຊີ້ແຈ້ງການພັດທະນາຢ່າງຕໍ່ເນື່ອງ ແລະ ແຂງແຮງຂອງ ຫວຽດນາມ ໃນປະຫວັດສາດ, ກໍ່ຄືແງ່ຫວັງກ່ຽວກັບການພັດທະນາແບບຍື່ນຍົງດ້ວຍນະໂຍບາຍເປີດປະຕູ ແລະ ເຊື່ອມໂຍງ.
ເຂົ້າຮ່ວມກອງປະຊຸມສຳມະນາ, ສະເດັດເຈົ້າ ແດນມາກ Henrik, ຜູ້ທີ່ເຄີຍດຳລົງຊີວິດ ແລະ ຕິດພັນກັບ ຫວຽດນາມ, ໃຫ້ຮູ້ວ່າ:
“ກອງປະຊຸມສຳມະນາກ່ຽວກັບການພົວພັນ ຫວຽດນາມ ຄັ້ງນີ້ແມ່ນດີຫຼາຍ. ນັ້ນແມ່ນວິທີໜຶ່ງເພື່ອເຫັນວ່າ: ຫວຽດນາມ ແລະ ຝຣັ່ງ ຍາມໃດກໍ່ແມ່ນເພື່ອນມິດ. ຂ້າພະເຈົ້າໄດ້ດຳລົງຊີວິດເປັນເວລາ 8 ປີຢູ່ຫວຽດນາມ ແລະ ຍັງຮັກສາຄວາມຊົງຈຳອັນດີງາມຫຼາຍຢ່າງ, ຂ້າພະເຈົ້ານິຍົມວັດທະນະທຳ, ແບບແຜນດຳລົງຊີວິດຂອງຊາວຫວຽດນາມ, ຂ້າພະເຈົ້າມັກດຳລົງຊີວິດຢູ່ຫວຽດນາມ ແລະ ຄາວຍັງນ້ອຍຂ້າພະເຈົ້າເຄີຍເວົ້າພາສາ ຫວຽດ ໄດ້. ດັ່ງນັ້ນ, ນີ້ແມ່ນກອງປະຊຸມສຳມະນາດີຫຼາຍສຳລັບຂ້າພະເຈົ້າ.”
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ເຢືອງຈີ໋ຢູ້ງ ປາດຖະໜາວ່າ ຜ່ານກອງປະຊຸມສຳມະນາ, ບັນດາຜູ້ແທນຈະປະກອບຫຼາຍຄວາມເຫັນເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຝຣັ່ງ ທີ່ເຄີຍພັດທະນາອັນດີງາມໃນໄລຍະຜ່ານມາ, ນັບມື້ນັບເລິກເຊິ່ງ ແລະ ພັດທະນາກ່ວາອີກ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດຫາກໍ່ລົງນາມເມື່ອເດືອນ 9/2013.