ກອງປະຊຸມສຳມະນາຖືກຈັດຂຶ້ນໃນຕອນເຊົ້າວັນທີ 18/11, ຢູ່ຮ່າໂນ້ຍ
(ພາບ: vtv1)
(vovworld) – ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ວິສາຫະກິດ ແລະ ການປົກປ້ອງສິດທິມະນຸດ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 18/11, ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວປະຈຳປີ ໃນຂອບເຂດເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM), ແນໃສ່ສ້າງກາລະໂອກາດເພື່ອເພີ່ມທະວີຄວາມຮູ້, ແລກປ່ຽນບົດຮຽນລະຫວ່າງບັນດາອົງການຕາງໜ້າຂອງລັດຖະບານ, ສະຖາບັນຄົ້ນຄ້ວາ, ນັກຮຽນຮູ້, ບັນດາອົງການການເມືອງ - ສັງຄົມ - ວີຊາອາຊີບຂອງ 2 ທະວີບ ອາຊີ - ເອີລົບ ໃນວຽກງານຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ. ແຕ່ປີ 1997 ມາຮອດປະຈຸບັນ, ມີກອງປະຊຸມສຳມະນາ 13 ຄັ້ງໄດ້ຮັບການຈັດຕັ້ງຢູ່ບັນດາປະເທດສະມາຊິກ ASEM ທີ່ກ່ຽວຂ້ອງເຖິງຫຼາຍຫົວຂໍ້ແຕກຕ່າງກັນກ່ຽວກັບສິດທິມະນຸດ. ປີນີ້, ກອງປະຊຸມສຳມະນາໄດ້ຈັດຕັ້ງຢູ່ ຫວຽດນາມ ແຕ່ວັນທີ 18 – 20/11/2014.
ໃນ 3 ວັນດຳເນີນງານນັ້ນ, ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລື, ແບ່ງປັນບົດຮຽນທີ່ດີລະຫວ່າງບັນດາສະມາຊິກ ASEM ໃນການຮັບປະກັນ ແລະ ຍົກສູງຄວາມຮັບຜິດຊອບຂອງບັນດາບໍລິສັດ, ກຸ່ມບໍລິສັດສຳລັບເລື່ອງຮັບປະກັນສິດທິມະນຸດໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງຕົນ, ໃນນັ້ນມີບັນດາບັນຫາສິດຂອງຜູ້ອອກແຮງງານ, ສິ່ງແວດລ້ອມ…