ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທ່ານ Vo Chi Cong ປະທານສະພາແຫ່ງລັດ

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທ່ານ Vo Chi Cong ປະທານສະພາແຫ່ງລັດ - ảnh 1
ກອງປະຊຸມສຳມະນາກ່ຽວກັບທ່ານ Vo Chi Cong
ພາບ:VGP

(vovworld) -  ​​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ“ປະທານ​ສະພາ​ແຫ່ງ​ລັດ Vo Chi Cong ກັບ​ການ​ປະຕິວັດ ຫວຽດນາມ ​ແລະ ບ້ານ​ເກີດ​ເມືອງ​ນອນ ກວ໋າງນາມ - ດາ​ຫນັງ” ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 05/08 ຢູ່ ນະຄອນ ຕາມ​ກີ່ ​ແຂວງ ກວ໋າງນາມ.​ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສ​ະ​ເຫລີ​ມສະຫລອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ເພີ່ນ​(7/8/1912 - 7/8/2012). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ບົດ​ປະກອບ​ຄຳ​ເຫັນ​ກວ່າ 60 ບົດ​ໄດ້​ສຸມ​ໃສ່​ຊີ້​ແຈງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ  Vo Chi Cong ປະທານ​ສະພາ​ແຫ່ງ​ລັດທີ່​ມີ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ຕໍ່​ປະ​ເທດ​ຊາດ; ບັນດາ​ເລື່ອງ​ລາວ​ໃນ​ຊີວິດ​ປະຈຳ​ວັນ, ​ແບບ​ແຜນການ​ດຳລົງ​ຊີ​ວິດ, ຄວາມ​ເກັ່ງ​ກ້າ​ສາມາດ, ພູມ​ປັນຍາ, ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ບຸກຄະ​ລິກກະພາບ​ຂອງ​ການ​ນຳຜູ້​ດີ​ເດັ່ນ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Dinh The Huynh ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ມື້​ນີ້ ​ເປັນ​ການ​ປະກອບສ່ວນ​ເພີ່ມ​ກຳລັງ​ຫນູນ, ຈິດ​ໃຈ, ລະດົມ​ທຸກ​ຂັ້ນ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ, ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ນັກຮົບ​ໃນ​ທົ່ວ​ປະ​ເທດ​ຫ້າວຫັນ​ແຂ່ງຂັນ​ອອກ​ແຮງ​ງານ, ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ວຽກ​ງານ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງ​ພັກ ​ແລະ ບັນດາ​ມະຕິ​ຂອງ​ສູນ​ກາງ​ພັກ ຢ່າງ​ມີ​ໄຊ.”

 

ຂ່າວ/ບົດ​ອື່ນ