ກອງປະຊຸມສຳມະນາສາກົນກ່ຽວກັບການພົວພັນ 2 ຝ່າຍຫວຽດນາມ - ຝລັ່ງ

(VOVWORLD) -ວັນທີ 09 ເມສາ, ສູນຄົ້ນຄວ້າອາຊີ ມີສຳນັກງານຕັ້ງຢູ່ນະຄອນຫຼວງປາຣີ, ປະເທດຝລັ່ງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການພົວພັນ 2 ຝ່າຍຫວຽດນາມ - ຝລັ່ງ.
ກອງປະຊຸມສຳມະນາສາກົນກ່ຽວກັບການພົວພັນ 2 ຝ່າຍຫວຽດນາມ - ຝລັ່ງ - ảnh 1(ກອງປະຊຸມສຳມະນາສາກົນກ່ຽວກັບການພົວພັນ 2 ຝ່າຍຫວຽດນາມ - ຝລັ່ງ)

ທີ່ກອງປະຊຸມສຳມະນາ, ບັນດານັກຮຽນຮູ້ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວິວັດແຫ່ງການປ່ຽນແປງໃໝ່, ເພື່ອບັນລຸໄດ້ຜົນງານທີ່ໜ້າສົ່ງເສີມຄືໃນປະຈຸບັນ. ທ່ານນາງ Helene Luc, ສະມາຊິກສະພາສູງກິຕິມະສັກ, ປະທານກິຕິມະສັກສະມາຄົມມິດຕະພາບຝລັ່ງ - ຫວຽດນາມ, ເນັ້ນໜັກວ່າ.

      “ດ້ວຍນະໂຍບາຍປ່ຽນແປງໃໝ່, ຫວຽດນາມ ໄດ້ເປີດປະຕູເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ທຳອິດແມ່ນເຂົ້າເປັນສະມາຊິກຂອງອາຊຽນ, ຫຼັງຈາກນັ້ນແມ່ນລົງນາມໃນບັນດາສັນຍາກັບສະຫະພາບເອີລົບ. ກາຍເປັນສະມາຊິກຂອງອົງການໃຊ້ພາສາຝລັ່ງ, ຫວຽດນາມ ປາດຖະໜາຢາກສວມບົດບາດທີ່ນັບມື້ນັບສຳຄັນໃນການພົວພັນລະຫວ່າງເອີລົບ ແລະ ອາຊີ”.

      ສ່ວນທ່ານນາງ Stephanie Do, ສະມາຊິກລັດຖະສະພາ, ປະທານກຸ່ມສະມາຊິກມິດຕະພາບຝລັ່ງ - ຫວຽດນາມ ຂອງສະພາແຫ່ງຊາດຝລັ່ງ ຖືວ່າ: 2 ຝ່າຍຄວນມານະພະຍາຍາມກຳແໜ້ນກາລະໂອກາດ ແລະ ຜ່ານຜ່າຄວາມຫຍຸ້ງຍາກເພື່ອນຳການພົວພັນໃຫ້ພັດທະນາກວ່າອີກ. ໃນສະພາບການນັ້ນ, ບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ແມ່ນມີຄວາມສຳຄັນພິເສດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ ພ້ອມແລ້ວທີ່ຈະປະກອບສ່ວນຮັດແໜ້ນການພົວພັນດັ່ງກ່າວກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ