(vovworld) - ກອງປະຊຸມສຳມະນາສາກົນພາຍໃຕ້ຫົວຂໍ້ວ່າ “ວິກິດການທົ່ວໂລກ ແລະ ຍຸດທະສາດຂອງບັນດາຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວຫນ້າສັງຄົມຢູ່ ອາຊີຕາເວັນອອກສຽງໃຕ້ ໂດຍກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ, ກອງທຶນ Rosa Luxemburg Stiftung ແລະ ເຄືອຂ່າຍສາມັກຄີປະຊາຊົນ ໃຕ້ - ໃຕ້ ສົມທົບກັນຈັດຕັ້ງ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21/8 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນ 40 ທ່ານມາຈາກບັນດາອົງການສັນຕິພາບ, ອົງການຈັດຕັ້ງສັງຄົມພາຍໃນປະເທດ ແລະ ສາກົນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Nguyen Thi Binh ປະທານກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ໄດ້ຊີ້ແຈງວ່າ:
“ໃນຊຸມປີຜ່ານມາ, ພາຍຫລັງຫລາຍທົດສະວັດທີ່ຖືກສົງຄາມທຳລາຍ, ຫວຽດນາມ ປາດຖະຫນາຢາກມີສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ຫວຽດນາມ ໄດ້ດຳເນີນກິດຈະການປ່ຽນແປງໃຫມ່, ກໍ່ສ້າງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ກິດຈະການປ່ຽນແປງໃຫມ່ນັ້ນໄດ້ເຮັດໃຫ້ປະເທດຊາດບັນລຸໄດ້ຜົນງານຫລາຍຢ່າງ. ນັ້ນກໍແມ່ນກາລະໂອກາດ ແຕ່ກໍແມ່ນສິ່ງທ້າທາຍ ພິເສດໃນສະພາບການໂລກພວມມີການຜັນແປສັບສົນ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທົດສອບຫລາຍປະການຄືປະຈຸບັນ.”