ກອງປະຊຸມສຳມະານາກ່ຽວກັບແງ່ຫວັງພັດທະນາການພົວພັນລະຫວ່າງລັດເຊຍ-ຫວຽດນາມ

ກອງປະຊຸມສຳມະານາກ່ຽວກັບແງ່ຫວັງພັດທະນາການພົວພັນລະຫວ່າງລັດເຊຍ-ຫວຽດນາມ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ “ແງ່​ຫວັງ​ພັດ​ທະ​ນາ​
ການ​ພົວ​ພັນ​ລະ​ຫວ່າງ​ ລັດ​ເຊຍ - ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່”)

(vovworld) - ​ວັນ​ທີ 13/05, ຢູ່ນ​ະ​ຄອນ​ຫຼວງ Moskva, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “ແງ່​ຫວັງ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ ລັດ​ເຊຍ - ຫວຽດ​ນາມ ໃນ​ໄລ​ຍະ​ໃໝ່”. ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຖືກ​ດຳ​ເນີນ​ກ່ອນ​ການ​ຢ້ຽມ​ຢາມ​ຂອງ​ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເຖິງ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄວ້າ​ແຖວ​ໜ້າ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ. ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຮຽນ​ຮູ້ ໄດ້​ຕີ​ລາ​ຄາ, ໄຈ້​ແຍກ ແລະ ພ້ອ​ມ​ກັນ​ປຶກ​ສາ​ຫາ​ລື​ຫຼາຍ​ແງ່​ມູມ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຫວຽດ​ນາມ, ແງ່​ຫວັງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ໃນ​ຫຼາຍ​ຂົງ​ເຂ​ດ​ຄື: ພະ​ລັງ​ງານ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຫວຽດ​ນ​າມ ແມ່ນ​ຂົວ​ເຊື່​ອມ​ຕໍ່​ເພື່ອ​ໃຫ້​ລັດ​ເຊຍ ກ້າວ​ເຂົ້າ​ອາ​ຊຽນ. ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ​ຫງວຽນ​ຊວນ​ຟຸກ, ເລືອກເຟັ້​ນ​ສະ​ຫະ​ພັນ​ລັດ​ເຊຍ ​ເພື່ອໄປຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການໃນ​ການ​ໄປ​ຢ້ຽມຢາມຕ່າງ​ປະ​ເທດ​ເປັນ​ຄັ້ງ​ທິດອ​ິດ ແລ​ະ ຖື​ວ່າ, ສິ່ງ​ດັ່ງ​ກ່າວ​ແມ່ນ​ມີ​ຜົນ​ປະ​ໂຫຍດ​ໃຫ້​ການ​ພົວ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ Dmitry Mosyakov, ຜູ​້​ອຳ​ນວຍ​ການ​ສູນ​ຄົ້ນ​ຄວ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ອົດ​ສະ​ຕາ​ລີ ແລະ ທະ​ວີບ​​ໂອ​ເຊ​ອານ​ີ, ສັງ​ກັດ​ສະ​ຖາ​ບັນຕາ​ເວັ​ນ​ອອກວິ​ທະ​ຍາ ໃຫ​້​ຮູ້​ວ່າ, ​ນອກ​ຈາກ​ການ​ຮ່ວມ​ມື​ໃນ​ບັນ​ດາ​ບັນ​ຫາ​ການ​ເມືອງ​ສາ​ກົນ, ໃນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ ຄັ້ງ​ນີ້, ການ​ນຳ 2 ປະ​ເທດ​ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ບັນ​ດາ​ໂຄງ​ການ​ອຸ​ດສາ​ຫະ​ກຳ​ໄຟ​ຟ້າ​ນິວ​ເຄຼຍ, ເຕັກ​ນິກ​ດ້ານ​ການ​ທະ​ຫານ​…ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ