ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet
|
(vovworld)- ວັນທີ 22/8, ຢູ່ ແຂວງ ເຫງ້ອານ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ, ຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີວິຈານວັນນະຄະດີສິລະປະສູນກາງ ໄດ້ຈັດຕັ້ງກອງປະຊຸມຫນັງສືພິມວັນນະສີນທົ່ວປະເທດປີ 2014. ເຂົ້າຮ່ວມ ມີການນຳບາງກະຊວງ, ຂະແຫນງການສູນກາງ, ສະມາຄົມນັກຂ່າວ ຫວຽດນາມ, ສະມາຄົມວັນນະຄະດີສິລະປະສູນກາງ, ບັນນາທິການອົງການຫນັງສືພິມວັນນະຄະດີ, ໂທລະພາບ, ວິທະຍຸໃນທົ່ວປະເທດ.
ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສະເຫນີບັນດາມາດຕະການ ຍົກສູງຄຸນນະພາບການເຄື່ອນໄຫວຂອງຫນັງສືພິມວັນນະຄະດີ, ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຝືກອົບຮົມ, ບຳລຸງຖັນແຖວພະນັກງານການນຳ, ຄຸ້ມຄອງວັນນະຄະດີສີລະປະ.