ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ

ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ - ảnh 1
(ພາບ​ປະ​ກອບ​ຈາກ Đình Trân/TTXVN)

(vovworld) – ກອງ​ປະ​ຊຸມ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຈັດ​ຕັ້ງ, ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 5 – 11/12 ຢູ່ ຮ່າ​ໂນ້ຍ ແລະ ແຂວງກວາງ​ນິງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ​ຊາວ​ໜູ່ມ 3 ປະ​ເທດ 60 ຄົນ. ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊາວ​ໜຸ່ມ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມ​ັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ 3 ປະ​ເທດ ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ວຽກ​ງານ​ຂົນ​ຂວາຍ, ສາ​ມັກ​ຄີ, ເຕົ້າ​ໂຮມ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ. ບັນ​ດາ​ເພື່ອນ​ໜຸ່ມ​ພ້ອມ​ກັນ​ແບ່ງ​ປັນ​ບັນ​ດາ​ວິ​ທີ​​ການ​ທີ່​ດີ, ຮູບ​ແບບ​​ປະ​ດິດ​ສ​້າງ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ເພື່ອ​ວົງ​ຄະ​ນະ​ຍາດ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ.

 

 


ຂ່າວ/ບົດ​ອື່ນ