ກອງປະຊຸມຮ່ວມມືຫວຽດນາມ - ຝລັ່ງ ຄັ້ງທີ 9

ກອງປະຊຸມຮ່ວມມືຫວຽດນາມ - ຝລັ່ງ ຄັ້ງທີ 9 - ảnh 1
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ອ່ານ​ຈົດໝາຍ​ອວຍພອນ​
ຊອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ​ຝາກ​ເຖິງ​ກອງ​ປະຊຸມ

(vovworld)- ວັນ​ທີ 10/6, ຢູ່​ນະຄອນ Brest, ຝລັ່ງ ​ໄດ້​ໄຂກອງ​ປະຊຸມ​ຮ່ວມ​ມື​​ຫວຽດນາມ - ຝລັ່ງ ຄັ້ງ​ທີ 9. ດ້ວຍ​ຫົວ​ຂໍ້​ວ່າ “ມຸ້ງ​ໄປ​ສູ່​ຮູບ​ແບບ​ໃໝ່ ກ່ຽວ​ກັບ​ການ​ພັດທະນາ; ຄວາມ​ຮັບຜິດຊອບ ​ແລະ ກາລະ​ໂອກາດ​ຂອງ​ບັນດາ​ທ້ອງ​ຖີ່​ນຫວຽດນາມ ​ແລະ ຝລັ່ງ, ກໍ່​ຄື​ບັນດາ​ຄູ່​ຮ່ວມ​ມື​ຢູ່​ທ້ອງ​ຖີ່​ນ“. ​ໃນ​ຈົດໝາຍ​ອວຍພອນ​ທີ່​ຝາກ​ເຖິງ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢູງ ​​ໄດ້​ເນັ້ນ​ໜັກ​ວ່າ: ສາຍ​ພົວພັນ “ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​, ຍາວ​ນານ, ​ໄວ້​ເນື້ອ​ເຊື່ອ​ໃຈ“ ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຝລັ່ງ ​ໄດ້​ພັດທະນາ​ຢ່າງ​ແຮງ​ໃນ​ຊຸມ​ປີຜ່ານມາ, ​ໃນ​ນັ້ນ​ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ ​ໄດ້​ກາຍ​ເປັນ​ຮູບ​ແບບ​ຮ່ວມ​ມື​ທີ່​ດີ​ເດັ່ນ. ກ່າວ​ຄວາມ​ເຫັນ​ທີ່ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ ຢືນຢັນ​ວ່າ: ປະຈຸ​ບັນ, ຝລັ່ງ ​ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ຈຳນວນ​ໂຄງການ​ຮ່ວມ​ມື​ລະດັບ​ທ້ອງ​ຖີ່​ນຢູ່​ຫວຽດນາມ, ດ້ວຍ 230 ກວ່າ​​ໂຄງການ​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປັນ​ຢ່າງ​ດີ​ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ບັນດາ​ໂຄງການ​ຮ່ວມ​ມື​ນີ້​ເຖິງ​ວ່າ​ມີ​ຂອບ​ຂະໜາດ​ນ້ອຍ​ກໍ່ຕາມ ​ແຕ່​ມີ​ຄວາມ​ແທດ​ຈິງ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ໄຫວ​ພິກ, ອັນ​ໄດ້​ຊ່ວຍ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ຂອງ​ສອງ​ປະ​ເທດ ​ເປັນ​ເຈົ້າ​ການ​ກວ່າ​ໃນ​ການ​ສ້າງ​ການ​ພົວພັນ​ຮ່ວມ​ມື​ສາກົນ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງ​ລັດຖະມົນຕີ​ ບູ່​ຍ​ແທງ​ເຊີນ, ຊີ້​ແຈ້ງວ່າ:

“ຮູບ​ແບບ​ການ​ຮ່ວມ​ມື​ນີ້​ທັງ​ແມ່ນ​ແຫຼ່ງ​ເພີ່ມ​ເຕີມ​ໃຫ້​ບັນດາ​ໂຄງການ​ຮ່ວມ​ມື​ມະຫາ​ພາກ​ລະດັບ​ຊາດ, ທັງ​​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ພັດທະນາ​​ໃນ​ລະດັບ​ທ້ອງ​ຖິ່ນ, ສ້າງ​ກາລະ​ໂອກາດ​ທີ່ດີ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ​ບົດຮຽນ, ຄວາມ​ຮູ້​​ໃນ​ການຄຸ້ມ​ຄອງ, ​ມອບ​ໂອນ​ເຕັກ​ໂນ​ໂລ​ດ້ວຍ​ຈຸດປະສົງ​ສຸດ​ທ້າຍ​ແມ່ນ​​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານ​ຕັ້ງໜ້າ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ນີ້​ແມ່ນ​ຕ້ອງ​ມີການ​ສະໜັບ​ສະ​ໜູນ​ຢ່າງ​ແຂ​ງ​ແຮງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຕ້ອງການ​ອັນລະອຽດ ​ແລະ ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຂອງ​ບັນດາ​ທ້ອງ​ຖິ່ນ ຫວຽດນາມ ​ແລະ ຝຣັ່ງ”

        ​ໃນ 3 ວັນ​ເຮັດ​ວຽກ (10 – 12/6), ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 3 ຫົວ​ເລື່ອງ​ຄື: ການ​ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ ​ແລະ ວັດທະນະທຳ​, ການວາງ​ແຜນ​ກຳນົດ ​ແລ​ະ ພັດທະນາ​ຕົວ​ເມ​ືອງ ​ແລະ ຊົນນະບົດ​ແບບ​ໝັ້ນຄົງ, ການພັດທະນາ​ເສດຖະກິດຢ່າງ​ໝັ້ນຄົງ​ກໍ່​ຄື​ບັນດາ​ອຸປະກອນ​ຮ່ວມ​ມື​ຮັບ​ໃຊ້​ໃຫ້​ແກ່​ການ​ພົວພັນ​ການ​ຕ່າງປະ​ເທດ​ດ້ານ​ເສດຖະກິດລະດັບທ້ອງ​ຖິ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ